ງານ​ໃຫຍ່​ໂຕ​ມະ​​ໂຫລານ​ການ​ປະດິດ​ສ້າງ​ຂອງ​ຈີນຂໍວາງສະ​ແດງຜະລິດ​ຕະພັນປະດິດ​ສ້າງທີ່​ບໍ່​ມີ​ຜົນ​ຮ້າຍຕໍ່​ສຸຂະພາບຈາກ​ທົ່ວ​ໂລກ

(GMT+08:00) 2008-09-19 16:33:51 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 19 ກັນຍາ​ນີ້,ງານ​​ໃຫຍ່​ໂຕ​ມະ​ໂຫລານ​ການ​ປະດິດ​ສ້າງ​ຄື​ງານ​ວາງສະ​ແດງ​ການ​ອອ​ກ​ແບບ​ອຸດສາຫະກຳ​ສາກົນ​ອູ​ຊີ່​ຈີນ 2008 ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ,​ເລີ່​ມຂໍວາງສະ​ແດງຜະລິດ​ຕະພັນທີ່​ອອກ​ແບບຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ແລະ​ບໍ່​ມີ​ຜົນ​ຮ້າຍ​ຕໍ່​ສຸຂະພາບ​ຈາກ​ທົ່ວ​ໂລກ​​ແລະ​ຈະ​ມອບ​ລາງວັນ.

ກິດຈະ​ກຳ​ດັ່ງກ່າວ​ແມ່ນ​ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ ກະ​ຊວງ​ວິທະຍາສາດ​ເຕັກ​ໂນ​​ໂລ​ຊີ​ຈີນ​ແລະ​ອົງການ​ປົກຄອງ​ແຂວງ​ຈ່ຽງຊູ່​ຈີນ​ຮ່ວມ​ກັນ​ຈັດ​ຂຶ້ນ,ງານ​ວາງສະ​ແດງ​ການ​ອອກ​ແບບ​ອຸດສາຫະກຳ​ສາກົນ​ອູ​ຊີ່​ແມ່ນ​ງານ​ວາງສະ​ແດງ​ການ​ອອກ​ແບບ​ອຸດສາຫະກຳ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່ ລະດັບ​ສູງ​ກວ່າ​ໝູ່​ຂອງ​ຈີນ​ໃນ​ປະຈຸ​ບັນ.ງານ​ໂຫຍ່​ໂຕ​ມະ​ໂຫລານ​ການ​ປະດິດ​ສ້າງ​ໄດ້​ຈັດ​ຂຶ້ນ​ 4 ​​ເທື່ອ​ແລ້ວ,​ແມ່ນ​ພິທີ​ມອບ​ລາງວັນ​ທີ່​ໃຫຍ່​​ໂຕ​ມະ​ໂຫລານ​ເຊິ່ງຖື​ການ​ປະດິດ​ສ້າງ​ເປັນ​ຫົວ​ຂໍ້​ຫຼັກພິທີ​ທຳ​ອິດ​ຢູ່​ພາກ​ພື້ນ​ອາຊີ​.

ງານ​ໃຫຍ່​ໂຕ​ມະ​ໂຫລານປີ​ນີ້​ໄດ້​ກຳນົດມະ​ໂນ​ພາບ​ການ​ອອກ​ແບບທີ່​ບໍ່​ມີ​ຜົນ​ຮ້າຍ​ຕໍ່​ສຸຂະ​ພາບ​ເປັນ​ຄັ້ງ​ທຳ​ອິດ,ຫວັງໃນ​ຂອບ​ເຂດ​ທົ່ວ​ໂລກ​,ເກັບ​ໂຮມ​ຜະລິດ​ຕະພັນ​ທີ່​ບໍ່​ມີ​ຜົນ​ຮ້າຍ​ໃນ​ຂົງ​ເຂດ​ເຄື່ອງ​ໄຟຟ້າ​ໃຊ້​ໃນ​ເຮືອນ ຜະລິດຕະພັນ​ດີ​ຈີຕອນ ​ໂທລະ​ຄົມ​​ເຄື່ອນ​ທີ່ ຄອມ​ພີ​ວ​ເຕີ​ພ້ອມ​ດ້ວຍຜະລິດ​ຕະພັນ​​ໃນ​ຂົງ​ເຂດ​ອື່ນໆ,​ແລະ​ຈະ​ມອບ​ລາງວັນດີ​​ເລີດ 4 ລາຍຄື"ການ​ອອກ​ແບບຢ່າງ​ມີ​​ຄວາມແຟຊັນ ການ​ອອກ​ແບບທີ່​ບໍ່​ມີ​ຜົນ​ຮ້າຍ ການ​ອອກ​ແບບຢ່າງມີ​ຫົວຄິດ​ປະດິດ​ສ້າງ​ແລະ​ເປັນ​ເຈົ້າ​ແລະ​ຄະນະ​ຊ່າງ​ອອກ​ແບບ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>