ຜົນ​ຜະລິດ​ທັນ​ຍາ​ຫານຂອງ​ຈີນ​ໃນ​ປີ​ນີ້​ຈະ​​ເພີ່ມ​ຂຶ້ນ​ 5 ປີລຽນຕິດ

(GMT+08:00) 2008-09-20 19:01:55 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 20 ກັນຍາ​ນີ້,ຢູ່​ປັກ​ກິ່ງ,ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ກະຊວງ​ກະສິກຳ​ຈີນ​ກ່າວ​ວ່າ,ຖ້າ​ຕອນທ້າຍຂອງ​ປີ​ນີ້ບໍ່​ມີ​ໄພ​ທຳ​ມະ​ຊາດ​ຢ່າງ​ໜັກໜ່ວງ​ເກີດ​ຂຶ້ນ,ປີ​ນີ້,ຜົນ​ຜະລິດ​ທັນ​ຍາ​ຫານ​ຂອງ​ຈີນ​ຈະ​ລື່ນ​ກາຍລະດັບ​ສູງ​ສຸດ​ໃນ​ປະຫວັດສາດທີ່​ສ້າງ​ຂຶ້ນ​ເມື່ອປີ 1998,ບັນລຸ​ການ​ເພີ່ມ​ຂຶ້ນ 5 ປີ​ລຽນຕິດ​​ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ​ຈີນ​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ມາ​ນີ້.

ກະຊວງ​ກະສິ​ກຳ​ຈີນ​ຄາດ​ຄະ​ເນ​ວ່າ,​ໃນ​ໝົດ​ປີ​ນີ້,​ເນື້ອ​ທີ່​ປູກ​ທັນ​ຍາ​ຫານ​ຫຼາຍ​ກວ່າ 100 ລ້ານ​ເຮັກຕາ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ​ກາຍ 6 ​ແສນ 6​ ໝື່ນ​ເຮັກຕາ​.​ໃນ​ນັ້ນ,​ເຂົ້ານາ ​ເຂົ້າສາລີ​ແລະຖົ່ວ​ເຫຼືອງ​ເພີ່ມ​ຂຶ້ນ​ອ່າວ​ຫຼາຍ.​ເມື່ອ​ທຽບ​ໃສ່​ປີ​ກາຍ​ແລ້ວ,ສະມັດ​ຖະພາບ​ຜະລິດ​ເຂົ້ານາ ​ເຂົ້າ​ບະ​ເລ ​ເຂົ້າສາລີ​ແລະຖົ່ວ​ເຫຼືອງ​ລ້ວນ​ແຕ່​​​ໄດ້​​ເພີ່ມ​ຂຶ້ນ​ໃນ​ລະດັບ​ທີ່​ຕ່າງ​ກັນ,ກະ​ວ່າ,​ໃນ​ໝົດ​ປີ​ນີ້,ສະ​ມັດ​ຖະ​ພາບ​ຜະລິດທັນ​ຍາ​ຫານ​ຈະ​ສ້າງ​ລະດັບ​ສູງ​ສຸດ​ໃນ​ປະຫວັດສາດ.

ຜູ້​ຮັບຜິດ​ຊອບ​ຜູ້​ນີ້​ກ່າວ​ວ່າ,ປີ​ນີ້,ການ​ເງິນສູນ​ກາງ​ຈີນ​ໄດ້​​ເພີ່ມ​ຍອດ​ຈຳນວນ​ງົບປະມານ​ໃນ​ດ້ານ​ກະສິກຳ ຊົນນະ​ບົດ​ແລະ​ຊາວ​ກະ​ສິ​ກອນ​ຢ່າງ​ຫຼວງ​ຫຼາຍ,ການ​ປະຕິບັດ​ນະ​ໂຍບາຍ​ໃຫ້​ຜົນ​ປະ​ໂຫຍ​ດແກ່​ຊາວ​ກະສິກອນ​ຂອງ​ຈີນ,​ໄດ້​ເພີ່ມ​ຄວາມ​ຫ້າວຫັນ​ຂອງ​ຊາວ​ກະສິກອນອັນ​ໄພສານ​ໃນ​ການ​ພັດທະນາ​ການ​ຜະລິດ​ທັນ​ຍາ​ຫານ​ຢ່າງ​ແຂງ​ແຮງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>