7​ເດືອນ​ທຳ​ອິດ​ປີ​ນີ້, ປະ​ລິ​ມານ​ສິນ​ຄ້າ​ສົ່ງ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ 12,5%

(GMT+08:00) 2008-09-22 18:37:14 cri
-----------------------------------------------------------------------------------------------------------------
ຕາມ​ຂ່າ​ວສານຊີ​ນຮວາ: ບົດ​ລາຍ​ງານ​ວິ​ເຄາະ​ທີ່​ກົມ​ໃຫຍ່​​ພາສີ​ຈີນ​ປະກາດ​ໃນ​ວັນ​ທີ 22 ກັນຍາ​ນີ້​ຊີ້​ອອກ​ວ່າ, ​ໃນ 7 ​ເດືອນ​ທຳ​ອິດ​ປີ​ນີ້, ​ເມື່ອ​ຫັກ​ປັດ​ໃຈ​ລາຄາ​ແລ້ວ, ປະລິມານ​ສິນຄ້າສົ່ງ​ອອກ​ຕໍ່ຕ່າງປະ​ເທດ​ຂອງ​ຈີນ​ເພີ່ມ​ຂຶ້ນຫຼາຍກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 12,5%, ການ​ນຳ​ເຂົ້າ​ເພີ່ມ​ຂຶ້ນ​ເກືອບ 10%.

ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ 7 ​ເດືອນ​ທຳ​ອິດ​ປີ​ນີ້, ການ​ຄ້າ​ສົ່ງ​ອອກ​ຂອງ​ຈີນ​ແມ່ນ  802 ຕື້ 900 ລ້ານ​ໂດ​ລາ, ​ເພີ່ມ​ຂຶ້ນ​ເກືອບ 23%; ນຳ​ເຂົ້າ 679 ຕື້ 200 ລ້ານ​ໂດ​ລາ, ​ເພີ່ມ​ຂຶ້ນ 31%. ​ໄລຍະ​ດຽວ​ກັນ, ລາຄາ​ສິນຄ້າສົ່ງ​ອອກ​ແພງ​ຂຶ້ນ​ເກືອບ 10%, ລາຄາສິນຄ້າ​ນຳ​ເຂົ້າ​ແພງ​ຂຶ້ນ​ເກືອບ 20%. ປະລິມານ​ແລະ​ລາຄາສິນຄ້າ​ທີ່​ສົ່ງ​ອອກ​ໄປ​​ຕະຫຼາດສຳ​ຄັນ​ຄື​ເອີ​ລົບ ອາ​ເມ​ລິ​ກາ​ແລະ​ຍີ່​ປຸ່ນລ້ວນ​ແຕ່​ໄດ້​ສູງ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>