ໃນ7​ເດືອນ​ທຳ​ອິດ​ປີ​ນີ້,ປະລິມານຈຳນວນ​ສິນຄ້າ​ສົ່ງ​ອອກ​ຕົວຈິງ​ເຕີບ​ໂຕຫຼາຍ​ກວ່າໄລຍະ​ດຽວ​ກັນຂອງ​ປີ​ກາຍ​ນີ້10%

(GMT+08:00) 2008-09-23 18:11:44 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ບົດ​ລາຍ​ງານ​ວິເຄາະ​ທີ່​ກົມ​ໃຫຍ່​ດ່ານ​ພາສີ​ຈີນ​​ເຜີຍ​ແຜ່ໃນ​ວັນ​ທີ22 ກັນຍາ​ນີ້​ຊີ້​ອອກ​ວ່າ,​ໃນ7​ເດືອນທຳ​ອິດ​ຂອງ​ປີ​ນີ້,ພາຍຫຼັງ​​ໄດ້​ຫຼັກຈັດ​ປັດ​ໄຈ​ລາ​ຄາອອກ​ແລ້ວ,ຈຳນວນ​ສິນຄ້າສົ່ງ​ອອກ​ໄດ້​ເພີ່ມ​ຂຶ້ນ12,5%ກວ່າ​ໄລຍະ​ດຽວ​ກັນຂອງ​ປີ​ກາຍ​ນີ້,ຈຳນວນ​ສິນຄ້ານຳ​ເຂົ້າ​ເພີ່ມ​ຂຶ້ນເກືອບ10%.​ແຕ່​ວ່າຄວາມ​ໄວທີ່​ເພີ່ມຂຶ້ນ​ຂອງ​ສິນຄ້າ​ສົ່ງ​ອອກ​ຂອງວິ​ສາ​ຫະກິດ​​ເອກະ​ຊົນ​ຈີນ​ຊ້າ​ລົງ​ຢ່າງ​ເດັ່ນຊັດ,​ຕ່ຳ​ກວ່າ​ໄລຍະ​ດຽວ​ກັນຂອງ​ປີ​ກາຍ​ນີ້​ເກືອບ14%.

ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ​7​ເດືອນ​ທຳ​ອິດ​ຂອງ​ປີ​ນີ້,ການ​ສົ່ງ​ອອກ​ການ​ຄ້າ​ກັບ​ຕ່າງປະ​ເທດ​ຂອງ​ຈີນ​ແມ່ນ802ຕື້900ລ້ານ​ໂດ​ລາ,​​​ເພີ່ມ​ຂຶ້ນເກືອບ23%;ສິນຄ້ານຳ​ເຂົ້າ679ຕື້200ລ້ານ​ໂດ​ລາ,​​ເພີ່ມ​ຂຶ້ນ31%.

ແຕ່​ວ່າ,​ແຕ່​ເດືອນ​ເມສາ​ປີ​ນີ້​ເປັນ​ຕົ້ນ​ມາ,ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ຂອງວິ​ສາ​ຫະກິດ​​ເອກະ​ຊົນ​ຂອງ​ຈີນ​​ໃນເດືອນດ​ຽວຕ່ຳ​ກວ່າ​ລະດັບ​ໄລຍະ​ດຽວ​ກັນຂອງ​ປີ​ກາຍ​ນີ້​4​ເດືອນ​ລຽນຕິດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>