ຈີນ​ມີຄວາມ​ສາມາດ​ດ້ານເຕັກນິກ​ເພື່ອອົບຮົມ​ນັກ​ບິນ​ອະ​ວະ​ກາດ​ຕ່າງປະ​ເທດ

(GMT+08:00) 2008-09-24 16:25:25 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 24 ກັນຍາ​ນີ້,ຜູ້​ຮັບຜິດຊອບ​ຂອງ​ສູນ​ນັກ​ບິນ​ອະ​ວະ​ກາດ​ຈີນ​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ,​ເວົ້າ​ໃນ​ດ້ານ​ເຕັກ​ນິກແລ້ວ,ຈີນມີ​ຄວາມ​ສາມາດ​ອົບຮົມນັກ​ບິນ​ອະວະ​ກາດ​ຕ່າງປະ​ເທດ.

ທ່ານ​ເຊີນ​ສ້າ​ນກວງ ຫົວໜ້າ​ສູນ​ນັກ​ບິນ​ອະ​ວະ​ກາດທັງ​ເປັນຜູ້​ບັນຊາ​ການ​ໃຫຍ່​ແລະຫົວໜ້າຊ່າງ​ອອກ​ແບບ​ລະບົບ​ນັກ​ບິນ​ອະ​ວະ​ກາດຈີນ​ເວົ້າ​ວ່າ,ການສຳ​ເລັດ​ຜົນຂອງການບິນ​ອະວະ​ກາ​ດບັນທຸກ​ມະນຸດສອງ​ເທື່ອ,ສະ​ແດງ​ໃຫ້​ເຫັນ​ວ່າ,ຈີນ​ໄດ້ມີ​ວິຊາການ​ໂຄງການ​ແພດສາດ​ໃນ​ການບິນ​ອະວະ​ກາດ​ແລະ​ລະບົບອົບຮົມ​ນັກ​ບິນ​ອະວະ​ກາດ​ຂອງ​ຕົນ​ແລະ​ໄດ້​ມີ​ຄວາມ​ສາມາດ​ດ້ານ​​ເຕັກນິກ​ເພື່ອ​ອົບຮົມ​ນັກ​ບິນ​ອະວະ​ກາດ​ຢ່າງ​ເປັນ​ເອກ​ກະລາດ.ທ່ານ​ຍັງ​ກ່າວ​ວ່າ,ຖ້າ​ນັກ​ບິນ​ອະ​ວະ​ກາດ​ສາມາດ​ເຄື່ອນ​ໄຫວ​ຢູ່​ນອກ​ຍານ​ໄດ້ຢ່າງ​ສຳ​ເລັດ​ຜົນ,ກໍ່ສະ​ແດງ​ໃຫ້​ເຫັນ​ວ່າ,ຈີນ​ໄດ້​ມີ​ຄວາມ​ສາມາດ​ອົບຮົມ​ດ້ານ​ການ​ເຄື່ອນ​ໄຫວ​ຢູ່​ນອກ​ຍານ​,ຄວາມ​ສາມາດ​ຂອງ​ຈີນ​ໃນ​ການ​ອົບຮົມ​ນັກ​ບິນ​ອະວະ​ກາດຍັງ​ຈະກ້າວຕໍ່​ໄປ​.​
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>