ແມ່ຍິງ​ຈີນ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ​ສັງຄົມ

(GMT+08:00) 2008-09-24 16:36:23 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ວັນ​ທີ 24 ກັນຍາ​ນີ້​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຫ້ອງການ​ຖະ​ແຫຼງຂ່າວ​ຂອງ​ລັດຖະບານ​ຈີນ​ຈັດ​ຂຶ້ນ, ທ່ານ​ນາງ​ຫວາງ​ສິງ​ອີ ຮອງ​ປະທານ​ສະຫະພັນ​ແມ່ຍິງ​ແຫ່ງ​ຊາດ​ຈີນ​ໄດ້​​ແຈ້ງ​ສະພາບ​ການ​ພັດທະນາ​ຂອງ​ແມ່ຍິງ​ຈີນ​ໃນ 5 ປີຜ່ານມາ.

​ໃນ​ການ​ກໍ່ສ້າງ​ເສດຖະກິດ​ສັງຄົມ, ປະຈຸ​ບັນ, ຜູ້​ປະກອບ​ອາຊີບ​ຂອງ​ຈີນ​ມີ​​ເພດ​ຍິງ​ຫຼາຍ​ກວ່າ 45,4%, ​ການ​ປະກອບ​ອາຊີບ​ແມ່ຍິງ​ໄດ້​ດີ​ຂຶ້ນ, ລະດັບ​ປະກອບ​ອາຊີບ​ກໍ​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ໃນ​ການ​ກໍ່ສ້າງ​ການ​ເມືອງ​ປະຊາທິປະ​ໄຕ, ອັດຕາ​ແມ່ຍິງ​ເຂົ້າ​ຮ່ວມການ​ປົກຄອງ​ແລະ​ຫາລື​ການ​ເມືອງ​ກໍ​ເພີ່ມ​ຂຶ້​ນ​ເທື່ອ​ລະ​ກ້າວ. ປະຈຸ​ບັນ, ຜູ້ນຳ​ພັກ​ແລະ​ລັດ​ມີ​ເພດ​ຍິງ 8 ຄົນ. ຜູ້​ແທນ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນມີ​ເພດ​ຍິງ​ກວມ21%​ແລະ​ກຳມະການ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນກວມ17%.

ນາງ​ຫວາງ​ສິງ​ອີ​ກ່າວ​ວ່າ, ​ໃນ 5 ປີ​ມາ​ນີ້, ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງຕໍ່​ແມ່ຍິງ​ແລະ​ວຽກ​ງານ​ພັດທະນາແມ່ຍິງ, ປະຕິບັດ​ຕາມ​ນະ​​ໂຍບາຍ​ພື້ນຖານ​ແຫ່ງ​ຊາດ​ທີ່​ຍິງ​ຊາຍ​ສະ​ເໝີ​ພາບ​, ​ໄດ້​ຊຸກ​ຍູ້​ໃຫ້​ວຽກ​ງານ​ແມ່ຍິງ​ຈີນ​ພັດທະນາ​ຢ່າງ​ແຂງ​ແຮງ. ປະຈຸ​ບັນ​ຈີນ​ໄດ້​ສ້າງລະບຽບ​ກົດໝາຍ​ປ້ອງ​ກັນ​ສິດຜົນປະ​ໂຫຍ​ດຂອງ​ແມ່ຍິງ​ແລະ​ຊຸກຍູ້​ການ​ພັດທະນາ​ຂອງ​ແມ່ຍິງ​ທີ່​ເອົາລັດຖະທຳ​ມະນູນ​ເປັນ​ພື້ນຖານ, ​ເອົາ​ກົດໝາຍ​ຮັບປະກັນ​ສິດຜົນປະ​ໂຫຍ​ດຂອງ​ແມ່ຍິງ​ຫຼັກ, ​ແລະ​ລວມທັງກົດ​ໝາຍ​ອື່ນໆ​ທີ່​ກ່ຽວຂ້ອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>