ຈີນ​ຈະ​ສົ່ງ​ຍານ​ອະ​ວະ​ກາດ​ບັນ​ທຸກ​​ມະ​ນຸດ​ເສີນ​ໂຈວ​ເລກ 7 ​ໃນ​ຄືນ​ວັນ​ທີ 25 ​​ເດືອນ​ນີ້

(GMT+08:00) 2008-09-24 17:15:00 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 24 ກັນຍາ​ນີ້, ຢູ່​ສູນ​ສົ່ງ​ດາວ​ທຽມ​ຈິ​ວສວນ, ທ່ານ​ວາງ​ຈ້າວ​ຢ້າວ ​ໂຄສົກ​​​ໂຄງການ​ການບິນ​ບັນທຸ​ກມະນຸດ​ຂອງ​ຈີນປະກາດ​ວ່າ:

"ຂ້າພະ​ເຈົ້າຂໍ​ປະກາດ​ວ່າ, ກອງ​ບັນຊາ​ການ​ໃຫຍ່​ຄວບ​ຄຸມ​ການບິນ​ບັນທຸກ​ມະນຸດເສີນ​ໂຈ​ວ​ເລກ 7 ຕົກລົງ​ວ່າ, ຍານ​ອະວະກາດ​ເສີນ​ໂຈ​ວ​ເລກ 7 ຈະ​​ສົ່ງ​​ຂຶ້ນ​ສູ່​ອະວະກາດໃນ​ເວ​ລາ 21 ​ໂມງ 7 ນາທີ​ຫາ 22 ​ໂມງ 27 ນາທີ​ຂອງ​ວັນ​ທີ 25 ກັນຍາຕາມ​ເວລາ​ປັກ​ກິ່ງ. ​ໜ້າ​ທີ່​ຂອງການບິນ​ເທື່ອ​ນີ້​ແມ່ນ​ປະຕິບັດ​ໂຄງການ​ນັກ​ອະວະກາດ​ຈີນ​ຍ່າງ​ຢູ່​ນອກ​ຍານເປັນ​ເທື່ອ​ທຳ​ອິດ​​ເພື່ອ​ສຳຫຼວດຄົ້ນຄວ້າ​ເຕັກນິກ​ໃນ​ການ​ອອກ​ເຄື່ອນ​ໄຫວ​ຢູ່​ນອກ​ຍານ. ຕາມ​ແຜນການ, ຍານ​ອະວະກາດ​​ເສີນ​ໂຈ​ວ​ເລກ 7 ຈະ​​ສົ່ງ​ຂຶ້ນ​ສູ່​ອະວະກາດ​ຢູ່​ຖານ​ສົ່ງ​ການບິນ​ອະວະກາດ​ບັນທຸກ​ມະນຸດ​ຂອງ​ສູນ​​ສົ່ງ​ຈີວສວນ​ຂອງ​ຈີນ, ​ແລ້ວ​ເຂົ້າສູ່​ວົງໂຄຈອນ​ທີ່​ສູງ​ປະມານ 343 ກິ​ໂລ​ແມັດ.

ທ່ານ​ວາງ​ຈ້າວ​ຢ້າວ​ກ່າວ​ວ່າ​, ປັດຈຸບັນ, ລະບົບ​ຕ່າງໆ​ໄດ້​ສຳ​ເລັດ​ການທົດ​ສອບ​ເທື່ອ​ສຸດ​ທ້າຍແລ້ວ, ວຽກ​ງານ​ກະກຽມ​ຕ່າງໆ​ກ່ອນ​ການ​ສົ່ງ​ກໍ່​ດຳ​ເນີນ​ໄປ​ຕາມ​ແຜນ​ທຸກ​ຢ່າງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>