ລັດ​ຖະ​ບານ​ຈີນ​ໄດ້​ເປີດ​ເຜີຍ​ໜັງ​ສື​ປົກ​ຂາວ​ເລື່ອງ"ການ​ອະ​ນຸ​ລັກ​ແລະ​ການ​ພັດ​ທະ​ນາ​ຂອງ​ວັດ​ທະ​ນະ​ທຳ​ຕິ​ເບ​ດ"

(GMT+08:00) 2008-09-25 17:20:54 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ25ກັນຍາ​ນີ້,ຫ້ອງການ​​ຖະ​ແຫຼງຂ່າວ​ຂອງລັດຖະບານ​ຈີນ​ໄດ້​​ເປີດ​ເຜີຍໜັງສື​ປົກ​ຂາວ"​ການ​ອະນຸ​ລັກ​ແລະ​ການ​ພັດທະນາຂອງ​ວັດທະນະທຳ​ຕິ​ເບ​ດ".​ເປັນ​ໜັງສື​ປົກ​ຂາວ​ສະບັບທີ7ຂອງ​ລັດຖະບານ​ຈີນທີ່​ກ່ຽວ​ຂ້ອງ​ກັບ​ຕິ​ເບ​ດ.

​ໜັງສື​ປົກ​ຂາວ​​ໄດ້​ຍົກ​ເອົາ​ຄວາມ​ຈິງ​ແລະ​ຂໍ້​ມູນຢ່າງ​ຫຼວງຫຼາຍ,ແນະ​ນຳ​ຢ່າງຮອບດ້ານ​ວ່າ,ນັບ​ແຕ່​​ເຄິ່ງສະຕະວັດ​ໂດຍ​ສະ​ເພາະ​ແມ່ນ​ດຳ​ເນີນປະຕິ​ຮູບ​​​ໄຂ​ປະ​ຕູສູ່ພາຍ​ນອກເປັນຕົ້ນມາ​,ລັດຖະບານ​ຈີນ​ໄດ້​​ເອົາ​ໃຈ​ໃສ່​ວຽກ​ງານ​​ໃນດ້ານການ​ອະນຸລັກ​ແລະ​ການພັດທະນາ​ວັດທະນະ​ທຳ​ຕິ​ເບ​ດ.ນອກ​ນັ້ນ,ຍັງ​​ໄດ້ວາງສະ​ແດງຜົນ​ສຳ​ເລັດອັນ​ຍິ່ງ​ໃຫຍ່ຂອງ​ສັງຄົມ​ຕິ​ເບ​ດ,​ໃນ​ການ​ຮ່ຳຮຽນ​ແລະ​ນຳ​ໃຊ້​ພາສາ​ຕິ​ເບ​ດ,ການ​ອະນຸລັກ​ວັດຖຸບູຮານ​ແລະ​ມໍລະ​ດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ,ປົກ​ປ້ອງ​ຄວາມ​ເສລີ​ໃນ​ການ​ເຊື່ອ​ຖື​ສາດສະໜາ,ພັດທະນາ​ພາລະ​ກິດການ​ສຶກສາ​ແລະພາລະກິດ​ຄົ້ນຄວ້າ​ວິທະຍາ​ສາ​ດ​ເຕັກນິກ​,​ແລ​ະພາລະກິດດ້ານ​ສິລະ​ປະຂອງ​ຕິ​ເບ​ດນັ້ນ.ພາຍ​ຫຼັງຕິ​ເບ​ດໄດ້ຮັບ​ການ​ປົດ​ປ່ອຍ​​ໂດຍ​ສັນ​ຕິ​ໃນ​ປີ1951,ສະ​ເພາະ​ແມ່ນ​​ໃນ​ໄລຍະ​ຫຼັງຈາກ​ປະ​ຕິຮູບປະຊາທິປະ​ໄຕ​ມານັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>