ຈີນ​ຈະສ້າງ​ຕັ້ງ​ແລະ​ບູລະນະ​ລະບົບ​ຮັບ​ມື​ໄພພິບັດ​ໂດຍ​ດ່ວນແລະ​ລະບົບຊ່ວຍ​ເຫຼືອ​ທາງ​ສັງຄົມ

(GMT+08:00) 2008-09-26 18:45:04 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ​ນຮວາ,ວັນ​ທີ26​ກັນຍາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຮຸຍ​ລຽງ​ຢູ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າ​ວ​ເນັ້ນ​ວ່າ,​ວຽງ​ການ​ກູ້​ໄພ​ແລະ​ການ​ຊ່ວຍ​ເຫຼືອ​ແມ່ນ​ວຽກ​ງານ​ພື້ນຖານ​ເພື່ອ​ບັນ​ລຸ​ການ​ພັດ​ທະ​ນາ​ຢ່າງ​ມີ​ວິທະຍາສາດ​ແລະ​ສ້າງສາ​ສັງຄົມ​ທີ່​ກົມກຽວ​ກັນ.​ແຫ່ງ​ຕ່າງໆ​ແລະ​ພາກ​ສ່ວນ​ຕ່າງໆ​ຕ້ອງ​ສ້າງ​ຕັ້ງ​ແລະ​ບູລະນະ​ລະບົບ​ຮັບ​ມື​ໄພພິບັດ​ໂດຍ​ດ່ວນແລະ​ລະ​ບົບ​ຊ່ວຍ​ເຫຼືອ​ທາງ​ສັງ​ຄົມ​ໃຫ້​ສົມບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ຍົກ​ສູງ​ລະດັບ​ການ​ເຮັດ​ວຽກ​ກູ້​ໄພ​ແລະ​ການ​ຊ່ວຍ​ເຫຼືອ​ຢ່າງ​ຮອບ​ດ້ານ,​ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ພື້ນຖານ​ຂອງປະຊາຊົນ​ຜູ່​ປະສົບ​ໄພ​ແລະ​ຜູ່​ມີ​ຄວາມ​ຫຍຸ້ງ​ຍາກ​ຢ່າງ​ແທ້​ຈິງ.

ທ່ານ​ຮຸຍ​ລຽງ​ຢູ​ແມ່ນ​ໃຫ້​ທັດສະນະ​ດັ່ງ​ກ່າວ​ໃນ​ກອງ​ປະຊຸມ​ວຽກ​ງານກູ້​ໄພ​ແລະ​ການ​ຊ່ວຍ​ເຫຼືອ​ທົ່ວ​ປະ​ເທດ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ26​ກັນຍາ​ນີ້.ທ່ານ​ຊີ້​ອອກ​ວ່າ,​ປັດ​ຈຸ​ບັນ,​ກົນ​ໄກ​ຄຸ້ມ​ຄອງ​ກັນ​ຮັບ​ມື​ກັບ​ໄພພິບັດ​ໂດຍ​ດ່ວນ​ຂອງ​ຈີນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ເບື້ອງ​ຕົ້ນ,​ຄວາມ​ສາມາດ​ແຫ່ງ​ການ​ຫຼຸດ​ໄພ​ແລະ​ກູ້​ໄພ​ໄດ້​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ,​ລະບົບ​ຊ່ວຍ​ເຫຼືອ​ທາງ​ສັງ​ຄົມ​ກໍ່​ຈໍ່​ຕົວ​ຂຶ້ນ​ໂດຍ​ພື້ນຖານ,ອັນ​ໄດ້​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ຂັ້ນ​ພື້ນ​ຖານ​ຂອງ​ປະຊາຊົນ​ຜູ່​ປະສົບ​ໄພ​ແລະ​ຜູ່​ມີ​ຄວາມ​ຫຍຸ້ງ​ຍາກ​ຢ່າງ​ບັງ​ເກີດ​ຜົນ,​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດຖະກິດ​​ແຫ່ງ​ຊາດ​ແລະ​ສັງຄົມ​ທີ່ກົມກຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>