ທ່ານ​ຫູ​ຈີນ​ທ່າວ​ກ່າວ​ວ່າ ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ເຮັດ​ໃຫ້​ໂລກ​ເຂົ້າ​ໃຈ​ຈີນ​ຫຼາຍ​ກວ່າ​ເກົ່າ

(GMT+08:00) 2008-09-29 16:38:54 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ,ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ແລະ​ງານ​ໂອ​ລິ​ມປິກ​ຄົນ​ພິການ​ປັກ​ກິ່ງ​ເຮັດ​ໃຫ້​ປະຊາ​ຊົນ​ປະ​ເທດ​ຕ່າງໆ​ຂອງ​ໂລກ​ເຕົ້າ​ໂຮມ​ກັນ​ຢູ່​ປັກ​ກິ່ງ ​​ເຕົ້າ​ໂຮມ​ກັນ​ຢູ່​ໃຕ້​ທຸງ 5 ບ້ວງ,​ກາຍ​ເປັນງານ​ໃຫຍ່​ໂຕ​ມະ​​ໂຫ​ລານ​ທີ່​ເພີ່ມທະວີ​ການ​​ແລກປ່ຽນ ​ເພີ່ມຄວາມ​ເຂົ້າ​ໃຈ​ກັນ​ແລະ​ເພີ່ມ​ມິດຕະ​ພາບ​ລະ​ຫວ່າງ​ປະຊາຊົນ​ປະ​ເທດ​ຕ່າງໆ​ຂອງ​ໂລກ,​ເຮັດ​ໃຫ້​ໂລກ​ເຂົ້າ​ໃຈ​ຈີນ​ຫຼາຍ​ກວ່າ​​ເກົ່າ,​ຍັງ​ເຮັດ​ໃຫ້​ຈີນ​ເຂົ້າ​ໃຈ​ໂລກ​ຫຼາຍ​ກວ່າ​ເກົ່າ​ອີກ​ດ້ວຍ.

ວັນ​ທີ 29 ກັນ​ຍາ​ນີ້,ຢູ່​ປັກ​ກິ່ງ,ລັດຖະ​ບານ​ຈີນ​ໄດ້​ສັນລະ​ເສີນອົງການ​ຈັດ​ຕັ້ງ​ແລະ​ບຸກຄົນ​ທີ່​ໄດ້​ປະກອບ​ສ່ວນ​ເຂົ້າ​ໃນ​ການຈັດ​ງານ​​ໂອ​ລິ​ມປິກ​ປັກ​ກິ່ງ​ແລະ​ງານ​ໂອ​ລິ​ມປິກ​ຄົນ​ພິການ​ປັກ​ກິ່ງ,ທ່ານ​ຫູ​ຈີນ​ທ່າວ​​ໄດ້​ກ່າວ​ຄຳ​ປາ​ໄສ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ສັນລະ​ເສີນ.

ທ່ານ​ຫູ​ຈີນ​ທ່າວ​ກ່າວ​ວ່າ,ຈີນ​ຈະ​ຊູ​ຄັນທຸງສັນ​ຕິພາບ ການ​ພັດທະ​ນາ​ແລະການ​ຮ່ວມ​ມື​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ,​ເຄົາລົບ​ວັດຖຸ​ປະສົງ​ຂອງ​ນະ​ໂຍ​ບາຍ​ການ​ຕ່າງປະ​ເທດ​ທີ່​ຮັກສາ​ສັນຕິພາບ​ຂອງ​ໂລກ​ແລະ​ຊຸກຍູ້​ການ​ພັດທະນາ​ຮ່ວມ​ກັນ,​ເພີ່ມຄວາມ​ເຂົ້າ​ໃຈແລະ​ມິດ​ຕະ​ພາບ​ກັບປະຊາ​ຊົນ​ປະ​ເທດ​ຕ່າງໆ​ຂອງ​ໂລກ,ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ມິດ​ຕະພາບ​ກັບ​ປະ​ເທດ​ຕ່າງໆ​ຂອງ​ໂລກ,ຊຸກຍູ້​ພາລະກິດ​ສັນຕິພາບ​ແລະ​ການ​ພັດທະນາ​ທີ່​ສູງ​ສົ່ງ​ຂອງ​ມະນຸດ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>