ຫຼາຍປີ​ຂ້າງ​ໜ້າ, ປັກ​ກິ່ງ​ຈະ​ສືບ​ຕໍ່​ພັດ​ທະ​ນາ​ຄົມ​ມະ​ນາ​ຄົມ​ສາ​ທາ​ລະ​ນະ​ກ່ອນ​ໝູ່

(GMT+08:00) 2008-09-30 17:53:09 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ 30 ກັນຍາ​ນີ້, ທ່ານ​ໂຈ​ວ​ເຈີ້​ງອີ ຮອງ​ຫົວໜ້າ​ທັ​ງ​ເປັນໂຄສົກຄະນະ​ກຳມະການ​ຄົມມະນາຄົມ​ປັກ​ກິ່ງ​ກ່າວ​ວ່າ, ພາຍ​ໃນ 5 ປີ​ຫາ 10 ປີ​ຂ້າງ​ໜ້າ, ປັກ​ກິ່ງ​ຈະ​​ເອົາ​ການ​ປັບປຸງ​ລະບົບ​ຄົມມະນາຄົມ​ສາທາລະນະ​ໃຫ້​ສົມບູນ​ຂຶ້ນ​​ໄວ້​ຢູ່​ໃນ​ບ່ອນ​ພົ້ນ​ເດັ່ນ​ຂອງ​ການ​ສ້າງ​ຄົມມະນາຄົມ​ຕົວ​ເມືອງ, ​ເພື່ອ​ຜ່ອນຄາຍ​ສະພາບ​ຄົມມະນາຄົມ​ຂອງປັກ​ກິ່ງທີ່​ມີ​ຄວາມ​ກົດ​ດັນ​ແຮງ​ຂຶ້ນ​.

ທ່ານ​ໂຈ​ວ​ເຈີ້​ງອີ​ກ່າວ​ວ່າ, ປັກ​ກິ່ງ​ຈະ​ເຈາະ​ຈົງ​ເພີ່​ມພັດທະນາ​ຄົມມະນາຄົມ​ມີ​ລາງ​ແລະ​ລົດປະຈຳ​ທາງ, ພາຍ​ໃນ​ປີ​ນີ້, ຈະ​ລົງມື​ສ້າງ​​ທາງ​ລົດ​ໄຟ​ໃຕ້​ດິນ​ສອງ​ສາຍ, ​ເຮັດ​ໃຫ້​ທາງ​ລົດ​ໄຟ​ໃຕ້​ດິນ​ທີ່​ພວມ​ສ້າງ​ນັ້ນມີ 9 ສາຍ. ທ່ານ​ເປີດ​ເຜີຍ​ວ່າ, ຮອດ​ປີ 2015, ​ປັກ​ກິ່ງ​ຈະ​ມີ​ທາງ​ລົດ​ໄຟ​ໃຕ້​ດິນ​ທີ່​ເປີດ​ໃຫ້​​ແລ່ນ​ລົດ​ລວມ 561 ກິ​ໂລ​ແມັດ, ຈະ​ລື່ນ​ກາຍ​ນະຄອນ​ລອນ​ດອນ​ແລະ​ປາຣີ.

ທ່ານ​ໂຈວ​ເຈີ້ງອີ​​ແນະນຳ​ວ່າ, ພາຍ​ໃນຫຼາຍປີ​ຂ້າງ​ໜ້າ, ປັກ​ກິ່ງ​ຈະ​ບັນລຸ​ເປົ້າໝາຍ​ທີ່​ໃຫ້​ຄຸ້ມ​ເຮືອນ​ຢູ່ 7 ພັນ​ຄົນ​ຂຶ້ນ​ໄປ​ມີ​ລົດປະຈຳ​ທາງ​​ເນັ່ງ​ໄປ​ເຖີງ, ​ແລະ​ຈະ​ເພີ່ມ​ໄລຍະ​ທາງ​​ສະ​ເພາະ​ລົດປະຈຳ​ທາງ, ​ເພື່ອ​ຍົກ​ສູງຄວາມ​ໄວ​​ຂອງ​ລົດ​ປະຈຳ​ທາງ.

ປັດຈຸບັນ, ລົດ​ປະຈຳ​ທາງ​ຂອງປັກ​ກິ່ງ​ມີ 930 ກວ່າ​ສາຍ, ​ຍອດໄລຍະ​ທາງ​ມີ​ເກືອບ 2 ໝື່ນ​ກິ​ໂລ​ແມັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>