ວັດຖຸ​ເຄື່ອງ​ຂອງ​ທີ່​ບັນ​ທຸກ​ໃນ​ຍານ​ອະ​ວະ​ກາດ​ເສີນ​ໂຈ​ວ​ 7 ຂອງ​ຈີນ​ວາງ​ສະ​ແດງ​ໃນ​ວັນ​ທີ 1 ຕຸ​ລາ

(GMT+08:00) 2008-10-01 16:56:11 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 1 ຕຸລາ, ພິທີ​ເປີດ​ຫ້ອງ​ກັບ​ຄືນ​ຂອງ​ຍານ​ອະວະກາດ​ເສີນ​ໂຈ​ວ 7 ຂອງ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ວັດຖຸ​ເຄື່ອງ​ຂອງ​ 7 ປະ​ເພດ​ທີ່​ບັນທຸກ​ໃນ​ຍານ​​ໄດ້​ວາງສະ​ແດງ​ຕໍ່​ພາຍ​ນອກ​ເປັນ​ເທື່ອ​ທຳ​ອິດ.

ວັດຖຸ​ທີ່​ວາງສະ​ແດງ​​ໃນ​ວັນ​ທີ 1 ຕຸລາ​ມີ: ຖົງມື​ຂອງ​ຊຸດ​ການບິນອະວະກາດນອກ​ຍານ"​ເຟີ​ຍທ່ຽນ", ​ແນວ​ພັນ​ພືດ​ທີ່​ມໍ່​ຈະ​ສູນພັນ, ​ແຜນ​ທີ່​ຈີນ​ທີ່​​ເຮັດ​ດ້ວຍ​ຜ້າ​ໄໝ, ​ທຸງ​ຊາດ​ຈີນ​​ແຊ່ວດ້ວຍ​ມືທີ່​ນັກ​ການບິນ​ອະວະກາດ​​ໂບກໃນ​​ເວລາ​ເຄື່ອນໄຫວ​ຢູ່​ນອກ​ຍານ, ​ແລະ​ອື່ນໆ.

ຍານ​ອະວະກາດ​ບັນທຸກ​ຄົນ​ເສີນ​ໂຈ​ວ 7 ​ຖືກ​ສົ່ງ​ຂຶ້ນ​ອະວະກາດ​ຢູ່​ສູນ​ຍິງ​ສົ່ງ​ດາວ​ທຽມ​ຈີວສວນ​ທີ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ​ໃນ​ຕອນ​ຄ່ຳ​ວັນ​ທີ 25 ກັນຍາ​ແລ້ວ​ນີ້. ພາຍຫຼັງບິນ​ອ້ອມ​ໂລກ 45 ຮອບ​ແລ້ວ, ຕອນ​ຄ່ຳ​ວັນ​ທີ 28 ກັນຍາ​ໄດ້​ລົງ​ຈອດ​ໜ້າດິນ​ຢ່າງ​ປອດ​ໄພ. ​ໃນ​ໄລຍະ​ການບິນ, ທ່ານ​ຈາ​ຍຈື້ກ່າງ ນັກ​ບິນ​ອະວະກາດ​ໄດ້​ເຄື່ອນ​ໄຫວ​ຢູ່​ນອກ​ຍານ​ເປັນ​ເທື່ອ​ທຳ​ອິດ​ຂອງ​ຄົນ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>