ທ່ານຈ່າງອີ້​​ໂມວ ຜູ້​ກຳ​ກັບ​ການ​ສະ​ແດງ​ໃຫຍ່​ຂອງ​ພິທີ​ໄຂ​ແລະ​ພິທີ​ອັດ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ

(GMT+08:00) 2008-10-01 19:30:03 cri
-----------------------------------------------------------------------------------------------------------------
ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບງາມ​ແລ້ວ, ບໍ່​ວ່າ​ພິທີ​ໄຂ​ທີ່​ຍິ່ງ​ໃຫຍ່​ອະລັງການ​ໃນ​ວັນ​ທີ 8 ​ສິງຫາ, ຫຼືວ່າ​ພິທີ​ອັດ​ທີ່​ສະຫງ່າ​ສວຍ​ງາມ​​ໃນ​ວັນ​ທີ 24 ສິງຫາ, ລ້ວນ​ແຕ່​ໄດ້​ສ້າງ​ພາບ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ໄວ້​ໃຫ້​ຄົນ​ທັງຫຼາຍ. ຜູ້​ກຳກັບ​ການສະ​ແດງ​ໃຫຍ່​ຂອງ​ພິທີ​ໄຂ​ແລະ​ພິທີ​ອັດ​ງານ​ກໍ່​ແມ່ນ​ທ່ານ​ຈ່າງ​ອີ້​​ໂມ​ວທີ່​ມີ​ຊື່​ສຽງ​ຂອງ​ຈີນ. ຕໍ່​ໄປ, ພວກ​ເຮົາ​ຈະ​ແນະນຳ​ທ່ານ​ຈ່າງ​ອີ້​​ໂມວສູ່​ທ່ານ​ຟັງ.

ວັນ​ທີ 8 ສິງຫານີ້, ພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ທ່ານ​ຈ່າງ​ອີ້​​ໂມ​ວອອກ​ແບບ​ແລະ​ຊີ້​ນຳນັ້ນ​ໄດ້​ສະ​ເທືອ​ນ​ໃຈ​ຄົນທົ່ວ​ໂລກ​ດ້ວຍ​ຄຳ​​ທີ່​ວ່າ"ປອງ​ດອງ​ກັນ ​ເປັນ​ຍອດ​ດີ". ທ່ານ​ຊາກ ຣົກ​ເກ ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ກ່າວ​ວ່າ​:"ຫຼາຍໆ​ຄົນ​ເຫັນ​ວ່າ, ນີ້​ແມ່ນ​ພິທີ​ໄຂ​ງານ​ທີ່​ງາມ​ກວ່າ​ໝູ່​ໃນ​ປະຫວັດ​ໂອ​ລິ​ມປິກ".

ທ່ານ​ຈ່າງ​ອີ້​​ໂມ​ວ ປີ​ນີ້ອາຍຸ 57 ປີ, ​ຮຽນ​ຈົບ​ຈາກ​ຂະ​ແໜງ​ວິຊາຖ່າຍຮູບ​ຂອງ​ສະ​ຖາ​ບັນ​ຮູບ​ເງົາ​ປັກ​ກິ່ງ​​ເມື່ອ​ປີ 1982. ປີ 1985, ຮູບ​ເງົາ​ເລື່ອງ"ຮວງ​ຖູ​ຕີ້"​ແປ​ວ່າ​"ດິນ​ເຫຼືອງ"ທີ່ທ່ານ​ຈ່າງ​ອີ້​​ໂມ​ວ​ເປັນ​ຜູ້​ຖ່າຍ​ທຳ​ນັ້ນ​ໄດ້​ຮັບລາງວັນ​ໃຫຍ່​ຂອງງານ​ມະ​ໂຫລານຮູບ​ເງົາ​ສາກົນ 3 ລາຍການຊຶ່ງ​ລວມທັງງານ​ມະ​ໂຫລານ​ຮູບ​ເງົາ​ສາກົນ​ຮາ​ວາຍ.

ພາຍຫຼັງຖ່າຍທຳ​ຮູບ​ເງົາ​ເລື່ອງ"ດິນ​ເຫຼືອງ"ສຳ​ເລັດ​ແລ້ວ, ທ່ານ​ຈ່າງ​ອີ້​​ໂມ​ວ​ໄດ້​ປ່ຽນ​ອາຊີບ​ຈາກ​ຜູ້​ຖ່າຍທຳ​ມາ​ເປັນ​ຜູ້​ກຳກັບ​ການສະ​ແດງ. ປີ 1987, ຮູບ​ເງົາ​ເລື່ອງທຳ​ອິດ​ທີ່​ທ່ານ​ຈ່າງ​ອີ້​​ໂມ​ວ​ເປັນ​ຜູ້​ກຳກັບ​ການສະ​ແດງມີ​ຊື່ວ່າ​"ຫົງ​ກ່າວຫຼຽງ"​ແປ​ວ່າ"​ເຂົ້າຝ້າ​ງ​ແດງ"​ໄດ້​ຮັບ​ລາງວັນ​ໝີ​ຄຳ​ໃນງານ​ມະ​ໂຫລານ​ຮູບ​​ເງົາ​​ແບກ​ແລງ. ປີ 1990, ຮູບ​ເງົາ​ເລື່ອງ"ຈູ​​​ໂຕ້​ວ"​ທີ່​ທ່ານຈ່າງ​ອີ້​​ໂມ​ວ​ກຳກັບ​ການສະ​ແດງ​ນັ້ນ​ໄດ້​ຮັບ​ສິດ​ເຂົ້າຮ່ວມ​ການ​ແຂ່ງຂັນຊິງ​ລາງວັນອົສກາ, ນີ້​ແມ່ນຮູບ​ເງົາ​ຈີນ​ເຂົ້າຮ່ວມ​ການ​ແຂ່ງຂັນ​ເອົາລາງວັນອົສກາ​ຮູບ​ເງົາ​ພາສາ​ຕ່າງປະ​ເທດເທື່ອ​ທຳ​ອິດ. ຫຼັງຈາກ​ນັ້ນ, ຮູບ​ເງົາ​ຕ່າງໆ​ທີ່​ທ່ານ​ຈ່າງ​ອີ້​​ໂມ​ວ​ກຳ​ກັບ​ການສະ​ແດງ​ນັ້ນລ້ວນ​ແຕ່​ໄດ້​ຮັບ​ລາງວັນ​ໃນ​ງານ​ມະ​ໂຫລານ​ຮູບ​ເງົາ​ສາກົນ. ​ເມື່ອ​ເຂົ້າສູ່​ສະຕະວັດ​ທີ 21, ທ່ານ​ຈ່າງ​ອີ້​ໂມວໄດ້​ຖ່າຍຮູບ​ເງົາ​ບູຮານ​ຕ່າງ​ໆ​ຄື​ເລື່ອງ"yingxiong" ​ວິລະ​ຊົນ​ເປັນຕົ້ນ. ນອກຈາກ​ຮູບ​ເງົາ​ແລ້ວ, ທ່ານຈ່າງ​ອີ້​​ໂມ​ວ​ຍັງ​ໄດ້​ກຳກັບ​ການສະ​ແດງ​ລະຄອນ​​ໂອ​ເປ​ລາທີ່​ມີ​ຊື່ສຽງ​ຂອງ​ໂລກທີ່​ຊື່ວ່າ"ຕູລານ​ໂດ", ​ແລະ​ການສະ​ແດງ​ລະຄອນ​ຟ້ອນ​ບາ​ເລ, ການສະ​ແດງ​ພາບທີ​ວທັດ​ທຳ​ມະ​ຊາດ​ຕົວ​ຈິງ​ຂະໜາດ​ໃຫຍ່​ເປັນຕົ້ນ. ບໍ່​ວ່າ​ຈະ​ເປັນຮູບ​ການ​ສິລະ​ປະ​ແບບ​ໃດ, ຜົນງານ​ຂອງ​ທ່ານຈ່າງ​ອີ້​ໂມ​ວ​ລ້ວນ​ແຕ່​ເຮັດ​ໃຫ້​ຜູ້​ຊົມ​ມີ​ຄວາມ​ຮູ້ສຶກ​ຄື​ໄດ້​ສຳຜັດ​ກັບ​ຕົວ​ຈິງ, ​ແລະ​ສາມາດ​ເຂົ້າ​ໃຈ​ຊາບ​ຊຶມ​ຢ່າງ​ເລິກເຊິ່ງ​ເຖິງວັດທະນະທຳ​ຂອງຈີນ.

ປີ 2006, ທ່ານຈ່າງ​ອີ້​​ໂມ​ວ​ໄດ້​ພົ້ນ​ເດັ່ນ​ອອກ​​ໃນ​ບຸກຄົນ​ຜູ້​ມີຊື່​ສຽງດ້ານ​ວັດທະນະທຳ​ທີ່​ເຂົ້າຮ່ວມ​ການ​ປະ​ມູນ​ພິທີ​ໄຂ​ງານ​ໂອ​ລິ​ມປິກ, ​ໄດ້​ມີ​ໂອກາດ​ເປັນ​ຜູ້ກຳກັບ​ການສະ​ແດງ​​ໃນ​ພິທີ​ໄຂງານ​ແລະ​ອັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ 2008.

ເມື່ອ​ໄດ້​ຮັບຜິດຊອບ​ກຳກັບ​ລາຍການ​ສຳຄັນ​ດັ່ງກ່າວ​​ແລ້ວ, ທ່ານຈ່າງ​ອີ້​​ໂມວກ່າວ​ຢ່າງ​ກົງ​ໄປ​ກົງ​ມາ​ວ່າ​ມີຄວາມ​ກົດ​ດັນ​ຫຼາຍທີ່​ສຸດ. ທ່ານ​ກ່າວ​ວ່າ:

"​ນັບ​ແຕ່​ໄດ້​ຮັບ​ມອບ​ໝາຍ​ມາ​ນີ້​, ຂ້າພະ​ເຈົ້າກໍ່​ຮູ້​ວ່າ​​ແມ່ນ​ວຽກ​ທີ່​ໜັກໜ່ວງ​ແລະ​ສຳຄັນຫຼາຍ. ​​ເລີ່​ມແຕ່​ປັກ​ກິ່ງ​ຮ້ອງ​ຂໍ​ເປັນ​ເຈົ້າພາບ​ຈັດ​ງານ​ໂອ​ລິ​ມ​ປິກ​ເປັນຕົ້ນມາ, ອາດ​ເວົ້າ​ໄດ້​ວ່າຂ້າພະ​ເຈົ້າ​ແມ່ນ​ອາວຸ​ໂສຜູ້​ໜຶ່ງ​ໃນ​ກິດຈະກຳ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ​​ເມື່ອ 7 ປີ​ກ່ອນ, ຂ້າພະ​ເຈົ້າ​ໄດ້ເລີ່​ມຖ່າຍ​ທຳ​ຟິມ​ເພື່ອຮ້ອງ​ຂໍ​​ເປັນ​ເຈົ້າພາບຈັດ​ງານ​ໂອ​ລິ​ມປິກ, ຕໍ່​ມາ​ໄດ້​ກຳກັບ​ການສະ​ແດງ 8 ນາທີ​ຂອງ​ຈີນ​ໃນ​ງານ​ໂອ​ລິ​ມ​ປິກ​ອາ​ແຕນ, ​ແລະ​ກິດຈະກຳ​ຕ່າງໆ. ​ນັບແຕ່​ຂ້າພະ​ເຈົ້າ​​ເລີ່​ມ​ເຂົ້າຮ່ວມ​ໃນ​ທິມງານນີ້, ​ແລະ​ເລີ່​ມ​ເຮັດ​ວຽກ​ເປັນ​ຜູ້​ກຳກັບ​ການສະ​ແດງ​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ຢ່າງ​ແທ້​ຈິງ​ເປັນຕົ້ນມາ, ຂ້າພະ​ເຈົ້າຈຶ່ງ​ຮູ້ວ່າ, ຄວາມຮັບຜິດຊອບ​ແລະ​ຄວາມ​ກົດ​ດັນ​ນັ້ນໜັກ​ກວ່າ​ທີ່​ຂ້າພະ​ເຈົ້າຄິດ​ໄວ້, ຄວາມ​ຫຍຸ້ງຍາກ​ນາໆ​ປະການ​ເກືອບວ່າບໍ່​ສາມາດ​ຈະ​ຜ່ານ​ຜ່າໄດ້."

ເພື່ອ​ຈັດ​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ຈີນ​ໄດ້​ເຊື້ອ​ເຊີນ​ຜູ້​ຊ່ຽວຊານ​ແລະ​ສາ​ສະ​ດາ​ຈານ​ຈາກ​ທົ່ວ​ໂລກ, ພວກ​ເພິ່ນ​ໄດ້​ປະຊຸມຮ່ວມ​ກັນ​ພັນ​ກວ່າ​ເທື່ອ. ​ຈ່າງ​ອີ້​​ໂມວໄດ້​ພົ້ນ​ເດັ່ນຫຼາຍ​ໃນ​ການ​ເປັນ​ຄົນ​ຈັດຕັ້ງປະສານ​ງານ​​ເສີມ​ຂະຫຍາຍ​ຄວາມ​ສາມາດ​ແລະ​ຈຸດ​ດີ​ຈຸດ​ເດັ່ນ​ຂອງ​ທຸກ​ຄົນ​ໃນ​ທິມງານ.

ທ່ານ​​ເສີນ​ສີ​ກ່າງ ຜູ້​ອອກ​ແບບດົນຕີ​ໃນ​ພິທີ​ໄຂ​ແລະ​ອັດ​ງານ​ກ່າວ​ວ່າ:

"ທິມງານ​ຂອງ​ທ່ານ​ຈ່າງ​ອີ້​ເໝົາ​ມາ​ຈາກ​ແຫ່ງ​ຕ່າງໆຂອງ​ໂລກ, ​ແຕ່ລະຄົນ​ກໍ່​ເວົ້າ​ໄດ້​ວ່າ​ແມ່ນ​ຜູ້​ມີ​ຊື່​ສຽງລະດັບ​​ໂລກ, ການ​ຄຸ້ມ​ຄອງ​ແມ່ນ​ຫຍຸ້ງຍາກຫຼາຍ. ຂ້າພະ​ເຈົ້າຮູ້ສຶກ​ວ່າ, ​ໃນທິມງານ​ເຮົາ​ນີ້​ມີ​ທ່ານ​ຈ່າງ​ອີ້​​ໂມ​ວ​ເປັນ​ຜູ້​ກຳກັບ​ການສະ​ແດງ, ​ແມ່ນ​ໂຊກ​ດີຫຼາຍ, ​ເພາະວ່າ​ລາວ​ແມ່ນ​ຄົນ​ບໍລິສຸດ​ຍຸດຕິ​ທຳ​ແທ້ໆ, ​ທຸກ​ສິ່ງ​ທຸກ​ຢ່າງ​​ໄດ້​ຕັດສິນ​ໃຈ​ຮ່ວມ​ກັນ​ໂດຍ​ອີງ​ໃສ່​ມາດຕະຖານ​ດ້ານສິລະ​ປະ, ​ເຮັດ​ໃຫ້​ຜົນງານ​ອອກ​ມາ​ດີ​ທີ່​ສຸດ​ແມ່ນ​ສຳຄັນ​ກວ່າ​ສິ່ງ​ອື່ນ​ໃດ, ລາວ​ຍັງ​ເປັນ​ຄົນ​ທີ່​ມີ​ທັງ​ຄວາມ​ເອົາ​ຈິງ​ເອົາ​ຈັງ, ສຸຂຸມ, ​ແລະ​ນິ້ມ​ນວນ​ຢູ່​ໃນ​ຕົວ​ຂອງ​ຄົນ​ຜູ້​ດຽວ, ສິ່ງ​ໃດ​ທີ່​ຕ້ອງ​ຍຶດໝັ້ນກໍ່​ຕ້ອງ​ຍຶດໝັ້ນ, ສິ່ງ​ໃດ​ທີ່​ຄວນ​ປັບປຸງ​ປ່ຽນ​ແປງ​ກໍ່​ຕ້ອງ​ເຮັດ."

ທ່ານຈ່າງ​ອີ້​​ໂມ​ວ​ກ່າວ​ວ່າ, ທ່ານ​​ໃຫ້​ 100 ຄະ​ແນນ​ແກ່ທິມງານຂອງ​ຕົນ. ​ໃນ​ເວລາ​ກ່າວ​ເຖິງ​ມ້ວນຮູບ​ແຕ້ມ​ພູ​ຜາ​ແມ່​ນ້ຳ​ຂອງຈີນ​ແຜ່ນ​ໃຫຍ່​ທີ່​ສອດ​ຮ້ອຍ​ແຕ່​ຕົ້ນຈົນ​ຈົບ​​ໃນ​ພິທີ​ໄຂ​ງານ, ທ່ານຈ່າງ​ອີ້​​ໂມ​ວຍ້ອງ​ວ່າ​ມັນ​ແມ່ນ​ຜົນງານທີ່​ດີ​ເດັ່ນ​ຂອງ​ທິມງານ​. ​ໃນ​ມ້ວນ​ຮູບ​ແຕ້ມ​ດັ່ງກ່າວ, ມີ​ຮອຍ​ຕີນໜຶ່ນກວ່າຮອຍ​ຂອງ​ 204 ສະມາຊິກ​ຄອບຄົວ​ໃຫຍ່​ຂອງ​ໂອ​ລິມປິກ​ໄດ້​ຢຽບ​ເປັນ​ສາຍ​ຮຸງ​ແລະ​​ແຜ່ນດິນ​ທີ່​ລວດລາຍ​ງາມ​ຕາ. ທ່ານຈ່າງອີ້​​ໂມ​ວ​ກ່າວ​ວ່າ,

"ສິລະ​ປະ​ການສະ​ແດງດັ່ງກ່າວ​ນີ້, ​ໄດ້​ສະທ້ອນ​ໃຫ້​ເຫັນ​ທັດສະນະ​ຄະຕິ​ທີ່​ວ່າ"​ໂລກ​ດຽວ​ກັນ, ຄວາມ​ຝັນ​ດຽວ​ກັນ"ນັ້ນ​ໂດຍ​ກົງ​ແລະ​​ເຂົ້າ​ໃຈງ່າຍ. ຂ້າພະ​ເຈົ້າ​ເຫັນ​ວ່າ, ມັນ​ແມ່ນ​ສິ່ງ​ປະ​ເສີດ​ທີ່​ລໍ້າຄ່າ, ນອກຈາກ​ງານ​ໂອ​ລິມປິກ​ແລ້ວ, ກໍ່ບໍ່​ມີ​ງານ​ໃດ​ທີ່​ຈະສາມາດ​​ເຕົ້າ​ໂຮມຊາວ​ໜຸ່ມ​ທີ່​ດີ​ເລີດ​ກວ່າ​ໝູ່​ໃນ 204 ປະ​ເທດ​ແລະ​ເຂດ​ແຄວ້ນ​ຂອງ​ໂລກ​​ຮ່ວມ​ກັນ​ຊ່ວຍ​ເຈົ້າ​ເຮັດ​ເລື່ອງ​ນີ້. ຖ້າ​ໃຫ້​ຂ້າພະ​ເຈົ້າຕັ້ງຊື່​ໃຫ້​ຮູບ​ພາບ​​​ແຜ່ນ​ນັ້ນ​, ຂ້າພະ​ເຈົ້າຈະໃຫ້​ຊື່ວ່າ"ບ້ານຂອງ​ພວກ​ເຮົາ", ​ເພາະວ່າ​ມັນ​ແມ່ນພວກ​ເຮົາ​ຮ່ວມ​ກັບ​ນັກ​ກິລາ​ຂອງ​ໂລກ​ສຳ​ເລັດ​ພ້ອມ​ກັນ."

ໃນຂະນະ​ທີ່​ຄົນ​ທັງຫຼາຍຍັງ​ຮູ້ສຶກ​ປະ​ທັບ​ໃຈ​ກັບ​ຄວາມ​ຍິ່ງ​ໃຫຍ່​ອະລັງການ​ຂອງພິທີ​ໄຂ​ຢູ່​ນັ້ນ, ທ່ານ​ຈ່າງ​ອີ້​​ໂມ​ວ​ແລະ​ທິມງານ​ຂອງທ່ານ​ກໍ່​ໄດ້​ເພີ່ມ​ຄວາມ​ປະ​ທັບ​ໃຈ​ໃຫ້​ມວນ​ຊົນ​ດ້ວຍ​ພິທີ​ອັດ​ທີ່​ສວຍ​ສົດ​ງົດ​ງາມໃນ​ຄືນວັນ​ທີ 24 ສິງ​ຫາ.

ທ່ານ​ຈ່າງ​ອີ້​ໂມ​ວກ່າວ​ວ່າ, ​ເພື່ອ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ​ມີ​ສອງ​ປີ​ເຕັມໆ​ທີ່​ທ່ານບໍ່​ໄດ້​ພົວພັນ​ກັບ​ຮູບ​ເງົາ. ຫຼັງຈາກ​ແລ້ວ​ງານ​ໂອ​ລິ​ມປິກ​ແລ້ວ, ທ່ານ​ຍັງຈະ​ສືບ​ຕໍ່ຖ່າຍ​ທຳ​ຮູບ​ເງົາ​ຕໍ່​ໄປ.%
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>