ຈີນ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ຕໍ່​ອາ​ເມ​ລິ​ກາ​ທີ່​ຂາຍ​ອາ​ວຸດ​ໃຫ້​ໄຕ້​ຫວັນ

(GMT+08:00) 2008-10-05 16:56:39 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ cri:ວັນ​ທີ 3 ຕຸລາ​ນີ້,ລັດຖະບານ​ອາ​ເມ​ລິ​ກາບໍ່​ເອົາ​ຫົວຊາ​ນຳ​ການ​ຕໍ່​ວ່າ​ຕໍ່​ຂານ​ຢ່າງ​ເຄັ່ງຂຶມ​ເທື່ອ​ແລ້ວ​​ເທື່ອ​ອີກ​ຂອງ​ຈີນ,​ແຈ້ງ​ໃຫ້​ລັດຖະ ສະພາ​ຊາບ​ວ່າຕົກລົງ​ຂາຍ​ອາວຸດ​ໃຫ້​ໄຕ້​ຫວັນ.ວັນ​ທີ 4 ຕຸລາ​ນີ້, ຜູ່​ຮັບຜິດຊອບ​ຂອງກະຊວງ​ການ​ຕ່າງປະ​ເທດ ກະຊວງ​ປ້ອງ​ກັນ​ປະ​ເທດ ສະພາ​ຜູ່​ແທນ​ປະ ຊາຊົນ​ທົ່ວ​ປະ​ເທດ​ຈີນ​ແລະຄະນະ​ກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ປຶກສາ​ການ​ເມືອງຈີນ​​ໄດ້​ໃຫ້​ສຳ​ພາດກ່ຽວ​ກັບ​ເລື່ອງ​ນີ້, ກ່າວ​ປະນາມ​ຢ່າ​ງຮຸນ​ແຮງ​ຕໍ່ການ​ກະທຳ​ຂອງ​ອາ​ເມ​ລິ​ກາ​ທີ່​ທຳລາຍ​ຜົນ​ປະ​ໂຫຍ​ດຂອງ​ຈີນ​ແລະ​ການ​ພົວພັນ​ລະຫວ່າງ​ຈີນ​ກັບອາ​ເມ​ລິ​ກາ​ຢ່າງ​ຫນັກຫນ່ວງ.

ທ່ານ​ລິວ​ຈ້ຽນຊາວ ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຮຽກຮ້ອງ​ອີກ​ເທື່ອ​ຫນຶ່ງ​ໃຫ້​ອາ​ເມ​ລິ​ກາ​ຮູ້​ແຈ້ງ​ຄວາມ​ອັນຕະລາຍ​ອັນ​ຫນັກ ຫນ່ວງ​ທີ່​ຂາຍ​ອາວຸດ​ໃຫ້​ໄຕ້​ຫວັນ, ປະຕິບັດ​ນະ​ໂຍບາຍ​ຍຶດຫມັ້ນຈີນ​ດຽວ​,​ເຄົາລົບ​ປະກາດ​ແຈ້ງ​ການ​ຮ່ວມ​ສາມ​ສະບັບ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ແລະ​ຄຳ​ຫມັ້ນ ສັນຍາ​ຄັດຄ້ານ​ໄຕ້​ຫວັນ​ເປັນ​ເອກະລາດ​ຢ່າງ​ແທ້​ຈິງ, ຍົກ​ເລີກ​ແຜນ ການຂາຍ​ອາວຸດ​ໃຫ້​ໄຕ້ຫວັນ,​ຢຸດຕິ​ການພົວພັນ​ທາງ​ການ​ທະຫານ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ໄຕ້​ຫວັນ, ​ເພື່ອ​ບໍ່​ໃຫ້ການ​ພົວພັນ​ລະຫວ່າງ​ຈີນກັບ​ອາ​ເມ​ລິ​ກາ​ແລະ​ສັນຕິພາບ​ສະຖຽນ​ລະ​ພາບ​ຢູ່ຮ່ອມທະ​ເລ​ໄຕ້​ຫວັນ​ຖືກ​ທຳລາຍ.

ທ່ານ​ຫູ​ຊ້າງ​ມິ​ງ ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ, ການ​ກະທຳ​ຂອງ​ອາ​ເມ​ລິ​ກາ​ໄດ້​ລະ​ເມີດ​ຄຳ​ຫມັ້ນສັນຍາ​ທີ່​ອາ​ເມ​ລິ​ກາ​​ໄດ້​ກ່າວ​ໄວ້​ຢ່າງ​ເຄັ່ງຂຶມ​ຕໍ່​ຝ່າຍ​ຈີນ​ກ່ຽວ​ກັບ​ບັນຫາ​ໄຕ້​ຫວັນ,​ໄດ້​ຝ່າຝືນ​ທ່າ​ທີ​ຂອງ​ອາ​ເມ​ລິ​ກາ​ທີ່​ສະຫນັບສະຫນູນ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ພັດທະນາ​ໂດຍ​ສັນຕິ, ​ໄດ້​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ຮ້າຍ​ກາດ,ຝ່າຍ​ທະຫານ​ຈີນ​ໄດ້​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ຮຸນ​ແຮງ​ແລະ​ຄັດຄ້ານ​ຢ່າງ​ເດັດດ່ຽວ​ຕໍ່​ເລື່ອງ​ນີ້.

ມື້​ດຽວ​ກັນ, ຜູ່​ຮັບຜິດຊອບ​ຂອງ​ຄະນະ​ກຳມາ​ທິການການ​ພົວພັນ​ກັບ​ຕ່າງປະ​ເທດ​ຂອງ​ສະພາ​ຜູ່​ແທນ​ປະຊາຊົນ​ຈີນ​ແລະ​ຄະນະ​ກຳມາ​ທິການ​ຂອງສະພາ​ປຶກສາ​ການ​ເມືອງ​ຈີນ​ກໍ່​ໄດ້​ກ່າວ​ປະນາມ​ຢ່າງຮຸນ​ແຮງຕໍ່​ການ​ກະທຳ​ຂອງ​ອາ​ເມ​ລິ​ກາ​ທີ່​ໄດ້​ທຳລາຍ​ຜົນ​ປະ​​ໂຫຍ​ດຂອງ​ຈີນ​ແລະ​ການ​ພົວພັນ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາຢ່າງ​ຫນັກຫນ່ວງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>