ລາຍ​ໄດ້​ສຸດ​ທິ​ຂອງ​ຊາວ​ກະ​ສິ​ກອນ​ຈີນ ​ໃນ 30 ປີ​​ແຕ່​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ມາ​ນີ້​ສະ​ເລ່ຍ​ແລ້ວ​ເພີ່ມ​ຂຶ້ນ 7,1%ຕໍ່​ປີ

(GMT+08:00) 2008-10-05 16:58:18 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ຫວ່າງ​ມໍ່ໆ​ນີ້ ກົມ​ເສດຖະກິດ​ຊົນນະບົດ​ຂອງ​ຄະນະ​ກຳມະການ​ພັດທະນາ​ແລະ​ການ​ປະຕິ​ຮູບ​ແຫ່ງ​ຊາດ​ຈີນ​ໄດ້​ປະກາດ​​ບົດ​ລາຍ​ງານ​​ສະບັບ​ຫນຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ, ຕັ້ງ​ແຕ່​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເປັນຕົ້ນມາ, ລາຍ​ໄດ້​ສຸດ​ທິຕາມ​ຫົວ​ຄົນຂອງ​ຊາວ​ກະສິ ກອນຈີນ​ເມື່ອ​ທຽບ​ກັບ​ລາຄາ​ທີ່​ທຽບ​ໄດ້​ແລ້ວ, ​ໄດ້​ເພີ່ມ​ຂຶ້ນ 7,1% ສະ​ເລ່ຍຕໍ່​ປີ.

ບົດ​ລາຍ​ງານ​ກ່າວ​ວ່າ, ຕັ້ງ​ແຕ່​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ມານ​ນີ້, ​ເສດຖະກິດ​ສັງຄົມ​ຂອງ​ຊົນນະບົດ​ຈີນ​ໄດ້​ມີ​ການ​ປ່ຽນ​ແປງປານ​ປີ້ນ​ຟ້າ​ຂວ້ຳ​ແຜ່ນດິນ, ລາຍ​ໄດ້​ຂອງ​ຊາວ​ກະສິກອນ​ເພີ່ມ​ຂຶ້ນ​ຢ່າງ​ຫມັ້ນທ່ຽງ, ລະດັບ​ຊີວິດ​ການ​ເປັນ​ຢູ່​ກໍ່​ຍົກ​ສູງ​ຂຶ້ນ​ເລື້ອຍໆ.ລາຍ​ໄດ້​ສຸດທິ​ຕາມ​ຫົວ​ຄົນ​ຂອງ​ຊາວ​ກະສິກອນ​ໄດ້​ຈາກ 130 ກວ່າ​ຢວນ​ໃນ​ປີ 1978 ​ເພີ່ມ​ຂຶ້ນ​ຮອດ 4140 ຢວນ​ໃນ​ປີ 2007, ສະ​ເລ່ຍ​ແລ້ວ​ເພີ່ມ​ຂຶ້ນ 138 ຢວນຕໍ່​ປີ.

ບົດ​ລາຍ​ງານ​ຊີ້​ອອກ​ວ່າ,ລາຍ​ໄດ້​ຂອງ​ຊາວ​ກະສິກອນ​​ເພີ່ມ​ຂຶ້ນ​ມີ​ສ່ວນ​ກ່ຽວຂ້ອງ​ຫລາຍ​ກັບ​ນະ​ໂຍບາຍ ​ເສດຖະກິດ​ມະຫາ​ພາກ ທັດສະ ນະ​ຄະຕິ​ໃນ​ການ​ປະກອບ​ອາຊີບຂອງ​ຊາວ​ກະສິກ​ອນ.ການ​ອີງ​ອາ​ໃສ​ນະ​ໂຍບາຍມາ​ປຸກລະດົມ​ຄວາມ​ຫ້າວຫັນ​ຂອງ​ຊາວ​ກະສິກອນ​ແມ່ນ​ປັດ​ໄຈ​ສຳຄັນ​ທີ່​ໃຫ້​ຊາວ​ກະສິກອນ​ມີ​ລາຍ​ໄດ້​ເພີ່ມຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>