ສັບ​ປະດາ​ຄຳວັນຊາດຈີນ​ບັນລຸ​ຍອດ​ມູນ​ຄ່າຂາຍຍ່ອຍ​ເຄື່ອງ​ບໍລິ​ໂພ​ກ​ໃນສັງຄົມ​ຫຼາຍ​ກວ່າ 420 ຕື້​ຢວນ

(GMT+08:00) 2008-10-06 10:59:36 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ: ຕາມ​ຕົວ​ເລກ​ຕິດຕາມ​ກວດກາ​ທີ່​ກະຊວງ​ການ​ຄ້າ​ຈີນ​ປະກາດ​ໃນ​ວັນ​ທີ 5 ຕຸລາ​ນີ້, ​ໃນ​ໄລຍະ​ສັບປະດາ​ຄຳ​ບຸນວັນຊາດ​ຄືແຕ່​ວັນ​ທີ 29 ກັນຍາ​ຫາ​ວັນ​ທີ 5 ຕຸລານີ້, ຈີນ​​ໄດ້ບັນລຸ​ຍອດ​ມູນຄ່າ​ຂາຍຍ່ອຍ​ເຄື່ອງ​ບໍລິ​ໂພ​ກ​ໃນສັງຄົມ​ຫຼາຍ​ກວ່າ 420 ຕື້​ຢວນ, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​​ໄລຍະ​ດຽວ​ກັນ​ປີ​ກາຍ​ນີ້​ 21%, ​ອັດຕາ​ເພີ່ມ​ຂຶ້ນ​ກໍ​ຍົກ​ສູງ 5%.

ການ​ຕິດຕາມ​ກວດກາ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ໄລຍະ​ສັບປະດາ​ຄຳ, ການ​ສະໜອງ​ເຄື່ອງ​ໃຊ້​ປະຈຳວັນ​ຄື​ນ້ຳມັນ ທັນ​ຍາ​ຫານ ຊີ້ນ​ແລະ​ໄຂ່​ເປັນ​ຕົ້ນ​ຢູ່​ຕະຫຼອດ​ຂອງ​ແຫ່ງ​ຕ່າງໆ​ຂອງ​ຈີນພຽງພໍແລະມີ​ປະ​ເພດ​ອຸດົມສົມບູນ, ລາຄາ​ອາ​ຫານ​ກໍ​ໝັ້ນ​ທ່ຽງ​​ໃນ​ຂັ້ນ​ພື້ນຖານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>