ທະນາ​ຄານ​ພັດທະນາ​ອາຊີ​ ​ຮ່ວມ​ມື​ກັບ ທະນາຄານສະ​ແດນ​ດັດຊາ​​ເດີ​ດລົງທຶນ800​ລ້ານຢວນ​​​​ໃຊ້​​ເຂົ້າ​ໃນ​ການ​ປະຢັດ​ພະລັງງານ​ຂອງສິ່ງ​ກໍ່ສ້າງ​ຈີນ

(GMT+08:00) 2008-10-07 17:27:54 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ວັນ​ທີ7 ຕຸລາ​ນີ້, ນັກ​ຂ່າວ​ໄດ້​ຊາບ​ຈາກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ວ່າ, ທະນາຄານສະ​ແດນ​ດັດຊາ​​ເດີ​ດຈະ​ສະໜອງ​ເງິນ​ກູ້​ 800​ ລ້ານຢວນໃຫ້​ແກ່​ໂຄງການ​ປະຢັດ​ພະລັງງານ​​ຂອງ​ຕຶກ​ອາຄານຈີນ, ສ່ວນ ທະນາ​ຄານ​ພັດທະນາ​ອາຊີ​ຈະ​ສະໜອງ​ການປະກັນ​ຄວາມສ່ຽງທີ່​ມີ​ມູນ​ຄ່າ​ທໍ່​ກັນ​ຕໍ່​ເງິນ​ກູ້​ດັ່ງກ່າວ.

ຜູ່​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ທະນາຄານ​ພັດທະນາ​ອາຊີ​ກ່າວ​ວ່າ, ​ໃນ​ຖານະ​ທີ່​ເປັນ​ປະ​ເທດ​​ໃຫຍ່​ທີ່​ໃຊ້​ພະລັງງານ ​ແລະ ລະບາຍ​ອາຍ​ເຮືອນ​ແກ້ວຫຼາຍ, ຈີນ​ໄດ້​ຖືກ​ການ​ປະຢັດ​ພະລັງງານ​ ​ແລະ ຫຼຸ​ດການ​ສິ້ນ​​ເປືອງ​ພະລັງງານ​ເປັນ​ວຽກ​ງານ​ຈຸດ​ໜັກ​. ​ໂຄງການ​ປະ​ຢັດ​ພະລັງງານຂອງຕຶກ​ອາຄານ​ທີ່​ດຳ​ເນີນ​ໃນເທື່ອ​ນີ້,ຜ່ານ​ຈາກ​ການອອກ​ແບບ ຫຼື ດັດ​ສ້າງລະບົບ​ເຍືອງ​ຮຸ່ງ, ລະບາຍອາກາດ​ ​ແລະ ລະບົບ​ເຄືອ​ຂ່າຍ,ສາມາດ​ບັນລຸ​ເປົ້າ​ໝາຍ​ທີ່​ປະຢັດ​ພະລັງງານ20%-40%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>