ໃນ​ໄລ​ຍະ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​ອາ​ຊຽນ​ຄັ້ງ​ທີ 5 ຈະ​ຈັດ​ເວ​ທີ​ປາ​ໄສ​ແລະ​ກິດ​ຈະ​ກຳ​ແລກ​ປ່ຽນ​ຕ່າງໆ

(GMT+08:00) 2008-10-08 17:29:07 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນ​ຮວາ: ກອງ​ເລຂາຂອງ​ງານ​ວາງສະ​ແດງສິນຄ້າ​ຈີນ​ອາຊຽນ​ແຈ້ງ​ຂ່າວ​ວ່າ, ໃນ​ໄລຍະ​ຈັດ​ງານ​ວາງສະ​ແດງ​ຈີນ​ອາຊຽນຄັ້ງ​ທີ 5, ​ເມືອງ​ນານ​ນິງ​ເຂດ​ກວາງຊີ​ຈະ​ຈັດເວທີ​ປາ​ໄສ​ແລະ​ກິດຈະກຳ​ແລກປ່ຽນ​ຕ່າງໆ ​ເຊັ່ນ: ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ແລະ​ພັດທະນາ​ພະລັງ​ໄຟຟ້າ​ຈີນ​ອາຊຽນຄັ້ງ​ທີ 2, ງານ​ສຳ​ມະ​ນາຜູ້​ພິພາກສາ​​ທ້ອງ​ຖິ່ນ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນ, ເວທີ​ປາ​ໄສ​ອຸດສາ​ຫະກຳ​ວັດ​ທະ​ນະ​ທຳ​ຈີນ​ອາຊຽນ​ປີ 2008, ກິດຈະ​ກຳ​ນັກ​ທຸລະກິດ​ຊາວ​ຈີນ​ຕ່າງ​ດ້າວ​ເຕົ້າ​ໂຮມ​ກັນ​ຢູ່ງານ​ວາງ​ສະ​ແດງ​ສິນຄ້​າຈີນ​ອາຊຽນປີ 2008 ​ແລະ​ງານ​ແລກປ່ຽນ​ນັກ​ທຸລະກິດ​ອິນ​ໂດ​ເນ​ເຊຍ​ກັບ​ເຂດ​ກວາງຊີ​ເປັນ​ຕົ້ນ.

ຂ່າ​ວ​ແຈ້ງວ່າ, ງານ​ສຳ​ມະ​ນາ​ຜູ້​ພິພາກສາ​ທ້ອງ​ຖິ່ນ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນ​ໄດ້​ເຊີນ​ຜູ້​ພິ​ພາກ​ສາ​ທີ່​ມາ​ຈາກຈີນ​ແລະ​ປະ​ເທດ​ອາຊຽນ​ຕ່າງໆ ​ເຊັ່ນ: ສິງກະ​ໂປ, ​ໄທ, ມຽນມາ, ຫວຽດ​ນາມ, ລາວ, ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ບຼູ​ໄນ​ເປັນ​ຕົ້ນ, ຈະ​ດຳ​ເນີນ​ການ​ຫາລື​ຫົວ​ຂໍ້​ສະ​ເພາະ​ໃນ 4 ດ້ານ, ​ເຊັ່ນ: ການ​ຕັດ​ສິນ​ຄະດີ​ແພ່ງ, ຄະດີ​ການ​ຄ້າ​ກັບ​ເຂດ​ການ​ຄ້າ​ເສລີ​ຈີນ​ກັບ​ອາຊຽນ, ການ​ປົກ​ປ້ອງສິດ​ຊັບ​ສິນ​ທາງ​ປັນຍາ​ດ້ານ​ຕຸ​ລາ​ການ​ແລະ​ລະບອບ​ໄກ່​ເກ່ຍ​ຢູ່​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນ, ການ​ອົບຮົມ​ແລະ​ແລກປ່ຽນ​ຜູ້​ພິພາກສາ​ລະ​ຫວ່າງ​ຈີນ​ກັບປະ​ເທດ​ອາຊຽນ​ເປັນ​ຕົ້ນ.

ເວທີ​ປາ​ໄສ​ອຸດສາ​ຫະກຳ​ວັດທະ​ນະທຳ​ລະຫວ່າງ​ຈີນ​ກັບ​ອາຊຽນປີ 2008 ​ໄດ້​ເຊີນ​ຜູ້​ແທນ​ເຈົ້າໜ້າ​ທີ່​ຂັ້ນ​ກົມ​ຂອງ 10 ປະ​ເທດ​ອາຊຽນ​ແລະ​ຜູ້​ແທນ​ຍີ່​ປຸ່ນມາ​ເຂົ້າຮ່ວມ, ຈະ​ມີ​ຜູ້​ແທນ​ປະມານ 70 ຄົນ​ມາ​ເຂົ້າ​ຮ່ວມ. ​ເວທີ​ປາ​ໄສ​ໄດ້​ຕົກລົງ​ຫົວ​ຂໍ້​ຫາລື​ໃນ 4 ດ້ານ ​ເຊັ່ນ: "ການ​ຖອດຖອນ​ແລະ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ພັດ​ທະ​ນາ​ອຸດສາ​ຫະກຳ​ວັດທະ​ນະທຳ​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາຊຽນ", "ສ້າງ​ສະພາບ​ແວດ​ລ້ອມ​ໃໝ່​ເພື່ອ​ຊຸກ​ຍູ້​ການ​ແລກປ່ຽນ​ແລະ​ການຮ່ວມ​ມື​ດ້ານ​ອຸດສາ​ຫະກຳ​ວັດທະ​ນະທຳ​ລະຫວ່າງ​ຈີນ​ກັບ​ອາຊຽນ" ​ເປັນ​ຕົ້ນ, ​ແລະ​ຈະ​ເຊັນ "​ແຜນ​ການ​ແລກປ່ຽນ​ດ້ານ​ອຸດສາ​ຫະກຳ​ວັດທະ​ນະທຳ​ລະຫວ່າງ​ຈີນ​ກັບ​ອາຊຽນ".

ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາຊຽນ​ຄັ້ງ​ທີ 5 ຈະ​ຈັດ​ຂຶ້ນ​ຢູ່​ນານ​ນິງ​ເຂດ​ກວາງຊີ​ຂອງ​ຈີນ​ແຕ່​ວັນ​ທີ 22 ຮອດ 25 ຕຸລາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>