ເຂດ​ຊິນ​ຈ່ຽງ​ມີ​ເຄືອ​ຂ່າຍ​ທາງ​ຫຼວງ​ທີ່​​ເນັ່ງ​ໄປ​ຫາ​ທົ່ວ​ທຸກ​ທິດ​ໄດ້

(GMT+08:00) 2008-10-09 16:57:09 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ນີ້​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRI, ທ່ານ​ຫວາງ​ຊິນຫວາ ຮອງ​ຫົວໜ້າ​ພະ​ແນ​ກຄົມມະນາ​ຄົມ​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ເວີ​ຍອູດ​ຊິນ​ຈ່ຽງຈີນກ່າວ​ວ່າ, ​ໄລຍະ​ທາງ​ຫຼວງ​ຂອງ​ເຂດ​ຊິນ​ຈ່ຽງ​ທີ່​ມີ​ພຽງກ 2 ໝື່ນ​ກວ່າ​ກິ​ໂລ​​ແມັດໃນ 30 ປີ​ກ່ອນ​ເພີ່​ມຂຶ້ນ​ຮອດ 1 ​ແສນ 4 ໝື່ນ​ກວ່າ​ກິ​ໂລ​ແມັດ​ໃນປັດຈຸບັນ, ​​ແລະໄດ້ມີ​ເຄືອ​ຂ່າຍ​ທາງ​ຫຼວງ​ທີ່​ສາມາດ​​ເຊື່ອມ​ຕໍ່ຕ່າງປະ​ເທ​ດອ້ອມ​ຂ້າງ​ແລະ​​ເນັ່ງໄປ​ຮອດເມືອງ​​ແລະຕາ​ແສງ​ຕ່າງ​ໆ​ຢູ່​ພາຍ​ໃນ​ເຂດ​ໃນ​ຂັ້ນ​ພື້ນຖານ.

ທ່ານ​ຫວາງ​ຊິນ​ຮວາ​ກ່າວ​ວ່າ, ​ໃນ​ດ້ານ​ການ​ຂົນ​ສົ່ງ​ທາງ​ຫຼວງ​ລະຫວ່າງ​ຊາດ, ​ເຂດ​ຊິນ​ຈ່ຽງ​ໄດ້​ເປີດ​ສາຍ​ທາງ​ຂົນ​ສົ່ງ​ສິນຄ້າ​ລະຫວ່າງ​ຊາດ​ໂດຍ​ກົງ​ຮ້ອຍ​ກວ່າ​ສາຍ​ກັບ 5 ປະ​ເທດ​ອ້ອມ​ຂ້າງ​ຄື ກາ​ຊັກ​ສະຖານ ກຽກ​ກິດ​ສະຖານ ຕາຊີກີສະຖານ ປາ​ກີ​ສະຖານ​ແລະມົງ​ໂກ​ລີ, ​ໄດ້​ຊຸກຍູ້ການ​ໄປມາຫາສູ່​ກັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ເຂດ​ຊິນ​ຈ່ຽງກັບປະ​ເທດ​ອ້ອມ​ຂ້າງ.

ຕາມ​ຂ່າວ​ແຈ້ງວ່າ, ປັດຈຸບັນ, ອັດຕາ​ທາງ​ລົດ​ແລ່ນ​ລະຫວ່າງ​ເມືອງ​ແລະ​ຕາ​ເສ​ງຕ່າງໆ​ຂອງ​ເຂດ​ຊິນ​ຈ່ຽງມີ​ເກືອບ​ຮອດ 100%​ແລ້ວ, ອັດຕາ​ມີ​ທາງ​ລົດ​ຂອງບ້ານ​ບໍລິຫານ​ກໍ​ມີ​ຫຼາຍ​ກວ່າ 70%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>