ອັນ​ທີ່​ວ່າ​ເສດ​ຖະ​ກິດ​ຈີນ​ຈາກ​ການ​ເຕີບ​ໂຕ​ຫັນ​ເປັນ​ການ​ຕົກ​​ຕ່ຳ​ລົງ​ນັ້ນ​ບໍ່​ມີ​ຫຼັກ​ຖານ​ພຽງ​ພໍ

(GMT+08:00) 2008-10-10 16:01:25 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ: "ບົດ​ລາຍ​ງານ​ລະດູ​ໃບ​ໄມ້​ຫຼົ່ນ​ປີ​2008"​ທີ່​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຈີນ​ປະ​ກາດ​ໃນ​ວັນ​ທີ​10​ຕຸ​ລາ​ນີ້​ຂຽນ​ວ່າ,​ຈັງ​ຫວະ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ແຕ່​ປີ​2008​ຫາ​ປິ​2009​ຊັກ​ຊ້າ​ລົງ​ແມ່ນ​ການ​ຫວັ່ນ​ໄຫວ​ລັກ​ສະ​ນະ​ສັບ​ຊ້ອນ​ໃນ​ຂະ​ບວນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ,​ອັນ​ທີ່​ວ່າ​ໄດ້​ເກີດ​ຈຸດ​ລ້ຽວ​ທີ່​ຈາກ​ການ​ເຕີບ​ໂຕ​ຫັນ​ເປັນ​ການ​ຕົກ​ຕ່ຳ ລົງ​ນັ້ນ​ຍັງ​ບໍ່​ມີ​ຫຼັກ​ຖານ​ທີ່​ພຽງ​ພໍ.

ບົດ​ລາຍ​ງານ​ເຫັນ​ວ່າ,​ເຖິງ​ວ່າ​ປັດ​​ໄຈ​ບໍ່​ແນ່ນອນ​ເພີ່ມ​ຂຶ້ນກໍ່ຕາມ,​ແຕ່​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ຈີນ​ຍັງ​ມີ​ເງື່ອນ​ໄຂ​ທີ່​ດີ​ຈຳນວນ​ບໍ່​ໜ້ອຍ.

ໜຶ່ງ​ແມ່ນ​ລະດັບ​ການ​ດັດສົມຄວບ​ຄຸມ​ທາງ​ມະ​ຫາ​ພາກ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.​ສອງ​ແມ່ນ​ມີ​ພື້ນ​ຖານ​ວັດ​ຖຸ​ໜັກ​ໜາ​ສົມ​ຄວນ.​ສາມ​ແມ່ນ​ປະ​ຈຸ​ບັນ​ນີ້ ຈີນ​ມີ​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ ປະ​ເທດ​ຢ່າງ​ພຽງ​ພໍ.​ນັບ​ມາ​ຮອດ​ທ້າຍ​ເດືອນ​ມິ​ຖຸ​ນາ​ປີ​2008,​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຈີນ​ມີ​ເຖິງ​1808​ຕື້​800​ລ້ານ​ໂດ​ລາ,​ໄດ້​ຫຼາຍ​ກວ່າ​ລວມ​ຍອດ​ມູນ​ຄ່າ​ຂອງ​7​ປະ​ເທດ​ອຸດ​ສາ​ຫະ​ກຳ​ໃຫຍ່​ຂອງ​ໂລກ ຄື ອາ​ເມ​ລິ​ກາ ຍີ່​ປຸ່ນ ອັງ​ກິດ ​ເຢຍ​ລະ​ມັນ​ຝະ​ຣັ່ງ ກາ​ນາ​ດາ​ແລະ​ອີ​ຕາ​ລີ,​ເຮັດ​ໃຫ້​ຈີນ​ມີ​ຄວາມ​ສາ​ມາດ​ເຂັ້ມ​ແຂງ​ສົມ​ຄວນ​ໃນ​ການ​ຕ້ານ​ຢັນ​ກັບ​ຄວາມ​ສ່ຽງ​​ເສດ​ຖະກິດ​ການ​ເງິນ​ຈາກ​ພາຍ​ນອກ.​ພ້ອມ​ກັນ​ນັ້ນ,​ຜົນ​ຜະ​ລິດ​ທັນ​ຍາ​ຫານ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ປີ​ລຽນ​ຕິດ,​ເຊິ່ງ​ໄດ້​ສະ​ໜອງ​ສິ່ງ​ຄ້ຳ​ປະ​ກັນ​ອັນ​ສຳ​ຄັນ​ຕໍ່​ການ​ລະ​ງັບ​ໄພ​ເງິນ​ເຟີ້​ແລະ​ເຮັດ​ໃຫ້​ສັງ​ຄົມ​ໝັ້ນ​ທ່ຽງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>