ຈີນ​ຕັ້ງໜ້າ​ຕີ​ລາຄາ​ຕໍ່ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ທີ່ທຳ​ຄວາມ​ພະຍາຍາມ​ທີ່​ມີ​ລັກສະນະ​ສ້າງສັນ​ເພື່ອ​ຊຸກ​ຍູ້​ຂະ​ບວນການ​ເຈລະຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ແຫຼມ​​ເກົາຫຼີ

(GMT+08:00) 2008-10-13 17:41:35 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ວັນ​ທີ13 ຕຸລາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຝ່າ​ຍຈີນ​ຕັ້ງໜ້າ​ຕີ​ລາຄາ​ຕໍ່ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງທີ່​ທຳ​ຄວາມ​ພະຍາຍາມ​ທີ່​ມີ​ລັກສະນະ​ສ້າງສັນ​ເພື່ອ​ຊຸກ​ຍູ້​ຂະ​ບວນການ​ເຈລະຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ແຫຼມ​​ເກົາຫຼີ,ຫວັງ​​ໃຫ້​ຝ່າຍ​ຕ່າງໆ​ຈົ່ງ​ປະຕິບັດ​ຕາມຄຳ​ໝັ້ນ​ສັນຍາ​ຢ່າງ​ແທ້​ຈິງ, ຈັດ​ຕັ້ງ​ປະຕິບັດ​ການ​ເຄື່ອນ​ໄຫວ​ໄລະຍທີ2​ຢ່າງສະ​ໝ່ຳສະ​ເໝີ ​ແລະ ຮອບດ້ານ​ໂດຍ​ໄວ.

ຫວ່າງ​ມໍ່ໆ​ນີ້, ອາ​ເມ​ລິາກ​ໄດ້​ປະກາດລືບສ.ປ.ປ.​ເກົາຫຼີ​ອອກຈາກ​ລາຍ​ຊື່"ປະເທດທີ່​ສະໜັບສະ​ໜູນການກໍ່​ການຮ້າຍ",ສ.ປ.ປ.ເກົາຫຼີ​ປະກາດ​ວ່າຈະດຳ​ເນີນ​ການເສື່ອມສະມັດຖະພາບ​ສິ່ງ​ກໍ່ສ້າງ​ນີວ​ເຄຼຍຢູ່​ເຢິງປຽນຄືນ​ໃໝ່. ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ທ່ານ​ຊິນ​ກ່າງ​ກ່າວ​ວ່າ, ກາ​ນຊຸກ​ຍູ້​ຂະ​ບວນການ​ເຈລະຈາ​ຫົກຝ່າຍ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ຝ່າຍ​ຕ່າງ​ໆ, ກໍ່​ແມ່ນ​ຄວາມ​ຄອງ​ຄອຍທົ່ວ​​ໄປ​ຂອງ​ປະ​ຊາ​ຄົມ​ໂລກ. ຝ່າຍ​ຈີນ​ຈະສືບ​ຕໍ່​ເພິ່ມທະວີ​ການປະ​ສານ​ງານ​ກັບ​ຝ່າຍ​ຕ່າງໆ, ຊຸກ​ຍູ້​ຂະ​ບວນການ​ເຈລະຈາ​​ໃຫ້ພັດທະນາ​​ໄປ​ໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>