ກອງ​ປ​ະຊຸມ​​ແລະ​ງານ​ວາງສະ​ແດງ​ເຕັກ​ນິກຊີວະ​ຊາດ​ສາກົນ​ຄັ້ງ​ທີ13​ຈັດ​ຂຶ້ນ​ຢູ່​ເມືອງ​ຕ້າ​ລຽນ

(GMT+08:00) 2008-10-13 18:06:39 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ13 ຕຸລາ​ນີ້, ກອງ​ປະຊຸມ ​ແລະ ງານ​ວາງສະ​ແດງ​ເຕັກນິກ​ຊີວະ​ຊາດ​ສາກົນ​ຄັ້ງ​ທີ13​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຕ້າ​ລຽນ ຕົວ​ເມືອງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ, ຜູ່​ຊ່ຽວຊານ ​ແລະ ນັກປາດ​​ທີ່​ມີ​ຊື່ສ​ຽງໃນ​ຂົງ​ເຂດ​ເຕັກ​ນິກຊີວະ​ຊາດທີ່​ມາ​ຈາກ80ກວ່າ​ປະ​ເທດ ​ແລະ ​ເຂດ​ແຄວ້ນ ​ເຊິ່ງລວມທັງ​ຜູ່​ໄດ້​ຮັບ​ລາງວັນ​ໂນ​ແບນ​ສອງ​ທ່ານ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ.

ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນສະພາ​ບັນດິດ​ວິ​ທະຍາ​ສາດ​ຈີນ ​ແລະ ສະພາ​ບັນດິດ​ວິສະວະກຳຮ່ວມ​ກັນ​ຈັດ​ຂຶ້ນ, ຫົວ​ຂໍ້​ຫຼັກ​​ແມ່ນ"ເຕັກນິກ​ຊີວະ​ຊາດ​ເພື່ອການພັດທະນາ​ແບບ​ຍືນ​ຍົງຂອງ​ສັງຄົມ​ມະນຸດ". ​ເນື້ອ​ໃນກອງ​ປະຊຸມ​ກ່ຽວ​ພັນ​ກັບການ​ຄົ້ນ​ຄວ້າພື້ນຖານ​ເຕັກນິກ​ຊີວະ​ຊາດ ​ແລະ ການ​ພັດທະນາ​ເຕັກນິກ​ປະຍຸກ​ເປັນ​ຕົ້ນ.

ກອງ​ປະຊຸມ​ເຕັກນິກ​ຊີວະ​ຊາດ​ສາກົນ​ແມ່ນ​ລິ​ເລິ່ມຈັດ​ຂຶ້ນ​ໂດຍ​ສະມາຄົມ​ເຄມີສຸດທິ ​ແລະ ​ເຄມີ​ປະຍຸ​ກສາກົນ​ໃນ​ປີ1960,​ແມ່ນ​ກອງ​ປະຊຸມ​ເຕັກນິກ​ຊີວະ​ຊາດທີ່​ມີ​ລະດັບວິຊາ​ການ​ສູງ​ສຸດ ​ແລະ ມີ​ຊື່ສ​ຽງອິດ​ທິພົນ​ສັງຄົມ​ຫຼາຍກວ່າ​ໝູ່​ໃນ​ທົ່ວ​​ໂລກ​ໃນ​ປັດຈຸບັນ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>