ຜູ່​ເຂົ້າ​ຮ່ວມງານ​ຕະຫຼາດ​ຊື້​ຂາຍຜະລິດ​ຕະພັນ​ກະສິກຳ​ສາກົນ​ຈີນ​ເອົາ​ໃຈ​ໃສ່​ນຳ​ຄວາມ​ປອດ​ໄພ​ຂອງອາຫານ

(GMT+08:00) 2008-10-17 15:13:32 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ: ​ໃນ​ງານ​ຕະຫຼາດ​ຊື້​ຂາຍຜະລິດ​ຕະພັນ​ກະສິກຳ​ສາກົນຈີນ​ຄັ້ງທີ6​ທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ16 ຕຸລາ​ນີ້, ວິ​ສາ​ຫະກິດ ​ແລະ ​ເຈົ້າ​ໜ້າ​ທີ່​ຕ່າງໆ​ທີ່​ເຂົ້າ​ຮ່ວມການວາງສະ​ແດງ​ເປັນ​ເອກະ​ສັນ​ກັນ​ກ່າວ​ວ່າ, ຄວນ​ເພິ່ມທະວີ​ການ​ຕິດຕາມ​ກວດກາ​ຄຸນ​ນະພາ​ບຂອງອາຫານຕື່ມ​ອີກ, ຮັບປະກັນ​ຄວາມ​ປອດ​ໄພ​ຂອງອາຫານ,​ສ້າງ​ສະພາບ​​ແວດ​ລ້ອມ​ບໍລິ​ໂພ​ກທີ່​ປອດ​ໄພ ​ແລະ ​ເຊື່ອ​ໃຈ​ໄດ້​ໃຫ້​ແກ່​ຜູ່​ບໍລິ​ໂພ​ກ.

ໃນ​ພິທີ​ໄຂ​ງານ, ທ່ານ​ຮຸຍ​ລຽງ​ອີ້ ຮອງ​ນາຍົກລັດຖະມົນຕີຈີນກ່າວ​ເນັ້ນ​ວ່າ, ຕ້ອງ​ເພິ່ມກຳລັງ​ເຮັດ​ໃຫ້​ກະສິກຳ​ຫັນ​ເປັນ​ມາດຖານ ​ແລະ ​ເພິ່ມທະວີ​ວຽກ​ງານ​ກ່ຽວ​ກັບ​ຄວາມ​ປອດ​ໄພ ​ແລະ ຄຸນ​ນະພາ​ບຂອງ​ອາຫານ​ຢ່າງ​ແທ້​ຈິງ, ຕິດຕາມ​ຄວບ​ຄຸມ​ຢ່າງ​ເຂັ້ມ​ງວດ, ຕັ້ງ​ໃຈຈັດ​ຕັ້ງ​ປະຕິ​ບັດໜ້າ​ທີ່​ຕິດຕາມ​ກວດກາ​ຄຸນ​ນະພາ​ບ ​ແລະ ຄວາມ​ປອດ​ໄພຂອງ​ອາຫານ, ​ເດັດດ່ຽວ​ບໍ່​ອະນຸມັດ​​ໃຫ້​ຜະລິດ​ຕະພັນ​ທີ່​ບໍ່​ໄດ້​ຕາມມາດຖານ​ນັ້ນ​ເຂົ້າ​ສູ່​ຕະຫຼາດ, ​ແລະ​ຍົກ​ຄຸນ​ນະພາ​ບ ​ແລະ ຄວາມ​ປອດ​ໄພ​ຂອງ​ຜະລິດ​ຕະພັນ​ກະສິກຳ​ຈີນ​​ໃຫ້ສູງ​​ເຖິງລະດັບ​ໃໝ່.

ທ່ານຮັກ ແດ​ວິດ ຜູ່​ຮັບຜິດຊອບ​ພະ​ແນ​ກໜຶ່ງ​ຂອງໂປ​ເຕັກ​ ​ເຊິ່ງ​ເປັນບໍລິສັດ​ຜະລິດ​ເຄື່ອງ​ຈັກກະ​ສິກຳ​ອັງກິດ​ກ່າວ​ວ່າ, ​ໃນ​ເຫດການ​ນົມ​ຝຸ່ນ​ສ່າ​ນລູ້​ຫຼ້າ​ສຸດ​ນີ້, ມາດ​ຕະການ​ລົງ​ໂທດອັນ​ເຂັ້ມ​ງວດ ​ແລະ ກົນ​ໄກກະທົບໄວຂອງ​ລັດຖະບານ​ຈີນ​ໄດ້​ສະກັດ​ກັ້ນ​ບໍ່​ໃຫ້​ເຫດການ​ຊຸດ​ຮ້າຍ​ລົງ​ຕື່ມ​ອີກ​ຢ່າງ​ທັນ​ການ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>