ຂະ​ແຫນງ​ການ​ກິນ​ດື່ມ​ຂອງ​ຈີນ​ໃນ 30 ປີ​ມານີ້​​ໄດ້​ມີ​ການ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ

(GMT+08:00) 2008-10-23 10:13:44 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ຈາກ​ການຫາຮ້ານ​ອາຫານຍາກ​ໃນ​ແຕ່​ກ່ອນ​ມາ​ກາຍ​ເປັນ​ການ​ກິນ​ຕ້ອງ​ມີ​ຈຸດ​ພິ​ເສດ​ໃນ​ປັດຈຸບັນ, ​ໃນ 30 ປີ​ມານີ້, ຂະ​ແຫນງ​ການ​ກິນ​ດຶ່ມຂອງ​ຈີນ​ໄດ້​ມີ​ການ​ກ້າວ​ກະ​ໂດດ​ໃນ​ການປະຕິ​ຮູບ​​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ,​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ​ໃນ​ຂະຫນາດ​ຂອງ​ຂະ​ແຫນງ​ການ ລະດັບ​ຂອງ​ວິ​ສາ​ຫະກິດ ຜົນ​ສະທ້ອນ​ໃນ​ສັງຄົມ​ແລະ​ບົດບາດ​ຊຸກ​ຍູ້ເສດຖະກິດ.

ສະຖິຕິ​ຂອງ​ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ, ກ່ອນ​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ, ທົ່ວ​ປະ​ເທດ​ຈີນ​ມີ​ຮ້ານ​ອາຫານ​ບໍ່​ຮອດ 1 ​ແສນ 2 ຫມື່ນ​ແຫ່ງ, ມູນ​ຄ່າ​ຈຳຫນ່າຍ​ມີ​ແຕ່ 5 ຕື້ 400 ລ້ານ​ຢວນ.ພາຍຫລັງ​ມາ, ວິ​ສາ​ຫະກິດ​ກິນ​ດື່ມ​ໄດ້​ດຳ​ເນີນ​ການ​ປະຕິ​ຮູບລະບຽບ​ການ​ທຸລະ​ກິດ​ແລະ​ຄຸ້ມ​ຄອງ​ທີ່​ຖືການ​ຮັບ​​ເຫມົາ​ທຸລະ​ກິດ​ເປັນ​ຕົ້ນຕໍ,​ແຕ່ປີ 1991 ​ເປັນຕົ້ນມາ, ອັດຕາ​ເຕີບ​ໂຕຂອງ​ການຈຳຫນ່າຍ​ທາງ​ການ​ກິນ​ດຶ່ມນັ້ນລ້ວນ​ແຕ່​ໄດ້​ເພີ່ມ​ຂຶ້ນ 10% ຂຶ້ນ​ໄປ​ຕໍ່​ປີ,ຮອດ​ປີ 2007 ​ໄດ້​ບັນລຸ 1200 ຕື້​ຢວນ, ສະມາຄົມປຸງ​ແຕ່ງ​ຄົວ​ກິນຈີນ​ຄາດ​ວ່າ ​ເມື່ອ​ຮອດ​ປີ 2010, ມູນ​ຄ່າ​ຈຳຫນ່າຍ​ຂອງ​ຂະ​ແຫນງ​ການ​ກິນ​ດຶ່ມທົ່ວ​ປະ​ເທດ​ຈີນ​ຈະ​ບັນລຸ 2000 ຕື້​ຢວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>