ໃນ​ສາມ​ໄຕ​ມາດ​ທຳ​ອິດ​ປີ​ນີ້, ລາຍ​ໄດ້​ຂອງ​ຊາວ​ກະສິກອນ​ຈີນ​ເພີ່ມ​ຂຶ້ນ 11%

(GMT+08:00) 2008-10-27 15:30:38 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ຕົວ​ເລກ​ທີ່​ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​​ເປີດ​ເຜີຍ​ໃນ​ວັນ​ທີ 27 ຕຸລາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ສາມ​ໄຕ​ມາດ​ທຳ​ອິດ​ປີ​ນີ້, ລາຍ​ໄດ້ທີ່​ເປັນ​ເງິນສົດ​ຂອງ​ຊາວ​ກະສິກອນ​ຈີນ​ທີ່ສະ​ເລ່ຍຕາມ​ຫົວ​ຄົນ​ມີ 3971 ຢວນ, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ປີ​ກາຍ​ນີ້ 19,6%, ​ເມື່ອ​ຫັກ​ປັດ​ໄຈ​ລາຄາ​ສິນຄ້າ​ສູງ​ຂຶ້ນ​ແລ້ວ, ​ໄດ້​ເພີ່ມ​ຂຶ້ນ 11% ຢ່າງ​ແທ້​ຈິງ.

ລາຍ​ໄດ້​ຂອງ​ຊາວ​ກະສິກອນ​ຈີນ​ລວມທັງ​ເງິນ​ເດືອນ, ລາຍ​ໄດ້​ຈາກ​ການຂາຍ​ຜະລິດ​ຕະພັນ​ກະສິກຳ​ແລະ​ລາຍ​ໄດ້ທີ່​ເປັນ​ເງິນສົດຈາກ​ການ​ຜະລິດ​ທຸລະ​ກິດ​ອຸດສາຫະກຳ​ທີ 2 ​ແລະ​ທີ 3 ຂອງ​ຄອບຄົວ​ຊາວ​ກະສິກອນ.

ສະຖິຕິ​ສະ​​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ 3 ໄຕ​ມາດທຳ​ອິດ​ປີ​ນີ້, ລາຍ​ໄດ້​ແບບ​ເງິນ​ເດືອນ​ຂອງ​ຊາວ​ກະສິກອນ​ທີ່ສະ​ເລ່ຍຕາມ​ຫົວ​ຄົນມີ 1358 ຢວນ, ​ເພີ່​ມຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ປີ​ກາຍ​ນີ້ 19%. ​ໃນ​ນັ້ນ, ຊາວ​ກະສິກອນ​ມີ​ລາຍ​ໄດ້ທີ່​ສະ​ເລ່ຍຕາມ​ຫົວ​ຄົນ 1216 ຢວນຈາ​ກການ​ໄປ​ເຮັດ​ວຽກ​ໃນ​ຕົວ​ເມືອງ, ​ເພີ່​ມຂຶ້ນ 20%. ລາຍ​ໄດ້ຈາກ​ການຂາຍ​ຜະລິດ​ຕະພັນ​ກະສິກຳ​ຊາວ​ກະສິກອນ​ທີ່ສະ​ເລ່ຍຕາມ​ຫົວ​ຄົນ 1717 ຢວນ, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ປີ​ກາຍ​ນີ້ປະມານ 20%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>