30ປີ​ມານີ້,ກຳລັງ​ສັງ​ລວມ​ແຫ່ງ​ຊາດ​​ແລະ​ອິດ​ທິພົນ​ສາກົນຂອງ​ຈີນຄ່ອຍໆ​ເຂັ້ມ​ແຂງ​ຂຶ້ນ

(GMT+08:00) 2008-10-27 16:33:01 cri
-----------------------------------------------------------------------------------------------------------------
​​ຕາມ​ຂ່າວCRI: ວັນ​ທີ27ຕຸລາ​ນີ້ ​ ​ກົມ​ສະຖິຕິ​ແຫ່ງ​ຊາດຈີນ​ໄດ້​ປະກາດບົດ​ລາຍ​ງານຂຽນ​ວ່າ,ໃນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ30ປີ​ມານີ້,ກຳລັງ​ສັງ​ລວມ​ແຫ່ງ​ຊາດ​​ແລະ​ອິດ​ທິພົນ​ສາກົນຂອງ​ຈີນຄ່ອຍໆ​ເຂັ້ມ​ແຂງຂຶ້ນ.

ບົດ​ລາຍ​ງານ​ຂຽນ​ວ່າ,30ປີ​ມານີ້ ​GDPຂອງ​ຈີນ​ໃນ​ໂລກ​ໄດ້​ຈາກ​ອັນ​ດັບ​ທີ10 ສູງ​ຂຶ້ນ​ຮອດອັນ​ດັບ​ທີ4,ຊຶ່ງ​ຖັດຈາກ​ອາ​ເມ​ລິ​ກາ ຍິ່ປຸ່ນ​ແລະ​ເຢຍລະ​ມັນ.

ບົດ​ລາຍ​ງານ​ຂຽນ​ວ່າ,ລາຍ​ໄດ້​ຂອງ​ປະຊາຊົນ​ຈີນທີ່​ສະ​ເລ່ຍຕາມ​ຫົວ​ຄົນ​ໄດ້ຈາກ190​ໂດ​ລາ​ໃນ​ປີ1978ສູງ​ຮອດ2360​ໂດ​ລາ​ໃນ​ປີ2007.ອີງ​ຕາມ​ມາດ​ຕະຖານຂອງ​ທະນາຄານ​ໂລກ,ຈີນ​ໄດ້​ຈາກ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ຕ່ຳຫຼາຍ​ກາຍເປັນ​ປະ​ເທດທີ່​ມີ​ລາຍ​ຮັບລະຫວ່າງ​ກາງ​ຮອດ​ຕ່ຳ.

ບົດ​ລາຍ​ງານ​ຂຽນ​ວ່າ,30ປີ​ມາ​ນີ້,ຍອດ​ມູນ​ຄ່າ​ການ​ຄ້າຂາ​ເຂົ້າຂາ​ອອກ​ຂອງ​ຈີນ​ໄດ້​ຈາກ​ອັນ​ດັບ​ທີ29​ໃນ​ປີ1978ຂຶ້ນ​ສູງ​ຮອດ​ອັນ​ດັບ​ທີ3​ໃນ​ໂລກ​ແລ້ວ,ຖັດຈາກ​ອາ​ເມ​ລິ​ກາ​ແລະ​ເຢຍລະ​ມັນ,ກວມ​ອັດຕາສ່ວນ​ມູນ​ຄ່າ​ການ​ຄ້າ​​ໂລກ​ໄດ້​ຈາກ0,8%ຂຶ້ນ​ສູງ​ຮອດ7,7%.ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ໃຫຍ່​ທາງ​ການ​ຄ້າ​ກັບ​ຕ່າງປະ​ເທດທີ່​ສົມ​ຊື່​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>