ຈີນ​ດຳ​ເນີນ​ກິດ​ຈະ​ກຳ​ປະ​ດິດ​ຄິດ​ສ້າງ​ເຄື່ອງ​ໝາຍ​ເຕືອນ​ການ​ສູບ​ຢາ, ຍົກ​ສູງ​ສະ​ຕິ​ຄວບ​ຄຸມ​ການ​ສູບ​ຢາ​ຂອງ​ປະ​ຊາ​ຊົນ

(GMT+08:00) 2008-10-27 18:03:08 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ວັນ​ທີ 27 ຕຸລາ​ນີ້, ຢູ່​ທີ່ປັກ​ກິ່ງ, "ກິດຈະກຳ​ປະດິດ​ຄິດ​ສ້າງ​ເຄື່ອງໝາຍ​ເຕືອນ​ການ​ສູບຢາ" ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ. ກິດຈະກຳ​ດັ່ງກ່າວ​ມີ​ຈຸ​ດປະສົງ​ເພື່ອ ຍົກ​ສູງ​ສະຕິ​ຄວບຄຸມ​ການ​ສູບຢາ​ຂອງ​ປະຊາ​ຊົນ​ໂດຍ​ຜ່ານ​ການ​ປະດິດ​ຄິດ​ສ້າງ​ແລະ​ປະ​ກວດ​ເຄື່ອງ​ໝາຍ​ເຕືອນ​ການ​ສູບຢາ.

"ກິດຈະກຳ​ປະດິດ​ຄິດ​ສ້າງ​ເຄື່ອງ​ໝາຍ​ເຕືອນ​ການ​ສູບຢາ" ​ແມ່ນ​ໂຄງການຄວບ​ຄຸມ​ຢາສູບ "ກ້າວ​ໄປ​ສູ່​ຈີນ​ທີ່ບໍ່​ມີ​ໃບ​ຢາ" ລິ​​ເລີ່​ມຈັດ​ຂຶ້ນ, ​ໂຄງການ​ນີ້​ແມ່ນ​ປະຕິບັດ​ໂດຍ​ສູນ​ປ້ອງ​ກັນ​ແລະ​ຄວບຄຸມ​ພະຍາດ​ຂອງ​ຈີນ​ແລະ​ອົງການ​ອື່ນໆ. ຕາມ​ຜູ້​ຈັດ​ຕັ້ງແນະນຳ​ວ່າ, ຈີນ​ແມ່ນ​ປະ​ເທດ​ບໍລິ​ໂພ​ກຢາ​ສູບ​ໃຫຍ່​ກວ່າໝູ່​ໃນ​ໂລກ, ຄົນ​ສູບຢາ​ຫຼາຍ​ກວ່າ 300 ລ້ານ, ​ແຕ່ລະ​ປີ, ມີ​ເກືອບ 1 ລ້ານ​ຄົນ​ຕາຍ​ຍ້ອນ​ພະຍາດທີ່​ກ່ຽວ​ຂ້ອງ​ກັບ​ການ​ສູບຢາ. ກິດຈະກຳ​ເທື່ອ​ນີ້ຈະ​ຈັດ​ກິດ​ຈະ​ກຳ​ຕ່າງໆ​ດ້ວຍຮູບ​ການ​ແຂ່ງຂັນ, ​ເຊັ່ນ: ການ​ປະກາດ​ເກັບ​ໂຮມຮູບ​ເຄື່ອງ​ໝາຍ​ເຕືອນ​ທີ່​ດີ​ເລີດ​ທາງ​ອິນ​ເທີ​ເນັດ, ຈັດ​ງານ​ວາງສະ​ແດງ​ແລະ​ເວທີ​ປຶກສາ​ຫາລື​ທີ່​ກ່ຽວຂ້ອງ, ດຳ​ເນີນ​ການ​ສຶກສາ​ຄວບ​ຄຸມ​ການ​ສູບຢາ​ຕໍ່​ປະຊາຊົນ, ດຶງ​ດູດ​ປະຊາຊົນ​ເຂົ້າຮ່ວມ​ການ​ໂຄສະນາ​ຄວບ​ຄຸມ​ການ​ສູບຢາ.

ປີ​ນີ້​ແມ່ນ​ປີ​ທີ 3 ທີ່ "ສົນທິ​ສັນຍາ​ຂອບ​ຄວບ​ຄຸມ​ໃບ​ຢາ" ຂອງ​ອົງການ​ອະນາ​ໄມ​ໂລກ​ບັງຄັບ​ໃຊ້​ຢູ່​ຈີນ. ນັບ​ແຕ່​ເດືອນ​ພຶດສະພາ​ປີນີ້​ເປັນ​ຕົ້ນມາ, ປັກ​ກິ່ງ​ໄດ້​ຈັດ​ສະຖານ​ທີ່​ສາທາ​ລະນະ 10 ປະ​ເພດ​ເປັນ​ສະຖານ​ທີ່​ຫ້າມ​ບໍ່​ໃຫ້​ສູບຢາ, ​ເຊັ່ນ: ​ໂຮງ​ຮຽນ​ອຸດົມ​ແລະ​ມັດ​ທະ​ຍົມ, ສະໜາມ​ກິລາ​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>