ໃນ 9 ​ເດືອນ​ທຳ​ອິດ​ປີ​ນີ້, ລາຍ​ໄດ້​ຂອງ​ກອງ​ທຶນ​ປະ​ກັນ​ສັງ​ຄົມ 5 ລາຍ​ຂອງ​ຈີນ​ເພີ່ມ​ຂຶ້ນ 30% ຂຶ້ນ​ໄປ

(GMT+08:00) 2008-10-27 18:27:46 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 27 ຕຸລາ​ນີ້, ທ່ານ​ອີນ​ເຊີງ​ຈີ່ ​ໂຄສົກ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ຊັບພະ​ຍາກອນ​ມະນຸດ​ແລະ​ປະກັນ​ສັງຄົມ​ຈີນ​ກ່າວ​ວ່າ, ​ໃນ 9 ​ເດືອນທຳ​ອິດປີ​ນີ້, ລາຍ​ໄດ້​ຂອງ​ກອງ​ທຶນ​ປະກັນ​ໄພ​ສັງຄົມ 5 ລາຍ​ຂອງ​ຈີນ​ແມ່ນ 947 ຕື້​ກວ່າ​ຢວນ, ​ເພີ່ມ​ຂຶ້ນ 30% ຂຶ້ນ​ໄປ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ໃນ​ປີ​ກາຍ​ນີ້.

ກອງ​ທຶນ​ປະກັນ​ສັງຄົມ 5 ລາຍ​ດັ່ງກ່າວ​ລວມທັງ: ກອງ​ທຶນ​ປະກັນ​ໄພ​ລ້ຽງ​ບຳນານ​ພື້ນ​ຖານ​ຂອງ​ກຳມະກອນ​ວິ​ສາ​ຫະກິດ, ກອງ​ທຶນ​ປະກັນ​ໄພ​ການ​ປິ່ນປົວ​ພະຍາດ​ພື້ນຖານ​ຂອງ​ກຳມະກອນ​ໃນ​ຕົວ​​ເມືອງ, ກອງ​ທຶນ​ປະກັນ​ໄພ​ຫວ່າງ​ງານ, ກອງ​ທຶນ​ປະກັນ​ໄພ​ບາດ​ເຈັບ​​ຍ້ອນ​ການ​ເຮັດ​ວຽກ​ແລະ​ການ​ປະກັນ​ໄພ​ການ​ເກີດ​ລູກ.

ທ່ານ​ອີນ​ເຊີງ​ຈີ່​ກ່າວ​ວ່າ, ຕໍ່​ໄປ, ຈະ​ສືບ​ຕໍ່​ສ້າງ​ລະບຽບ​ຕ່າງໆ​ໃຫ້​ສົມບູນ, ​ເປີດ​ກວ້າງ​ຂອບ​ເຂດ​ປະກັນ​ສັງຄົມ. ພ້ອມ​ກັນ​ນັ້ນ, ​ເພີ່​ມທະວີ​ການ​ຄຸ້ມ​ຄອງ​ແລະ​ຕິດຕາມ​ກອງ​ທຶນ, ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ກອງ​ທຶນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>