ຫໍ​ພັກ​ຜູ້​ເຖົ້າ​ຢາງ​ໄທ​ຊ່ານ​ປັກ​ກິ່ງ​​ເອົາ​ໃຈ​ໃສ່​ການ​ປະ​ຢັດ​​ພະ​ລັງ​ງານ​ແລະ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ

(GMT+08:00) 2008-10-28 16:52:24 cri
-----------------------------------------------------------------------------------------------------------------

ຢູ່​ຊານ​ເມືອງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງ​ປັກ​ກິ່ງ,ມີ​ຫໍ​ພັກ​ຜູ້​ເຖົ້າ​ແຫ່ງ​ໜຶ່ງ ຊື່ວ່າ​​ຫໍ​ພັກ​ຜູ້​ເຖົ້າ​ຢາງ​ໄທ​ຊ່ານ.​ເພື່ອ​ພະ​ຍາ​ຍາມ​ບໍ່​ສ້າງ​ມົນ​ລະ​ພິດ​ຕໍ່​ນະ​ຄອນ​ປັກ​ກິ່ງ​ແລະ​ປະ​ຢັດ​ຕົ້ນ​ທຶນ,​ແຕ່​ໃດ​ມາ,​ຫໍ​ພັກ​ຢາງ​ໄທ​ຊ່ານ​ໄດ້​ຕັ້ງ​ໜ້າ​ກໍ່​ສ້າງ​ແລະ​ດັດ​ແປງ​ລະ​ບົບ​ສະ​ໜອງ​ໄຟ​ຟ້າ ອາຍ​ອຸ່ນ​ແລະ​ລະ​ບົບ​ສະ​ໜອງ​ນ້ຳ,​ປະ​ຈຸ​ບັນ​ນີ້,​ຫໍ​ພັກ​ແຫ່ງ​ນີ້​ໄດ້​ກາຍ​ເປັນ​ຫົວ​ໜ່ວຍ​ທີ່​ກ້າວ​ໜ້າ​ດ້ານ​ການ​ປະ​ຢັດ​ພະ​ລັງ​ງານ​ແລະ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຂອງ​ນະຄອນ​ປັກ​ກິ່ງ.

ຫໍພັກ​ຜູ້​ເຖົ້າຢາງ​ໄທຊ່ານ​ຕັ້ງຢູ່​ຊານ​ເມືອງ​ທິດຕ​າ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປັກ​ກິ່ງ,ກວມ​ເນື້ອ​ທີ່​ຫຼາຍ​ກວ່າ​3​ເຮັກ​ຕາ,​ແລະ​ຢູ່​ໃກ້​ກັບ​ສວນ​ສາ​ທາ​ລະ​ນະ​ປ່າ​ໄມ້​ພູ​ຈິ່ວ​ເຟີ່ງ​ແລະ​ພູ​ຢາງ​ໄທ.​ບ່ອນ​ນີ້​ມີ​ເນື້ອ​ທີ່​90%​ຂຶ້ນ​ໄປ​ແມ່ນ​ປົກ​ຫຸ້ມ​ດ້ວຍ​ຕົ້ນ​ໄມ້​ໃບ​ຫຍ້າ,​ມີ​ອາ​ກາດ​ສົດ​ຊື່ນ,​ນ້ຳ​ໄສ​ສະ​ອາດ.​2000,​ຫໍ​ພັກ​ຜູ້​ເຖົ້າ​ຢາງ​ໄທ​ຊ່ານ​ເລີ່ມ​ບໍ​ລິ​ການ,​ແຕ່​ເວ​ລາ​ບໍ່​ດົນ,​ທ່ານ​ຊູ​ຈົ່ງ​ທາງ ຫົວ​ໜ້າ​ຫໍ​ພັກ​ແຫ່ງ​ນີ້​ກໍ່​ຄົ້ນພົບ​ວ່າ,ການ​ໃຊ້​ເຕົາ​​ທີ່​ເຜົາ​ດ້ວຍ​ຖ່ານ​ຫີນ​ມາ​ສະ​ໜອງ​ອາຍ​ອຸ່ນ​ນັ້ນ​ຜະ​ລິດ​ສານ​ພິດ​ຫຼາຍ ​ເຊິ່ງ​ໄດ້​ກະ​ທົບ​ກະ​ເທືອ​ນ​ເຖິງ​ປະ​ຊາ​ຊົນ​ທີ່​ຢູ່​ອ້ອມ​ຂ້າງ.​ດ້ວຍ​ເຫດ​ນີ້,​ຫໍ​ພັກ​ຈຶ່ງ​ລົງ ທຶນ4​​ແສນ​ຢວນ,​ປ່ຽນ​ເຕົາ​ທີ່​ເຜົາ​ດ້ວຍ​ຖ່ານ​ຫີນ​ສອງ​ໜ່ວຍ​ມາ​ເປັນ​ເຜົາ​ດ້ວຍ​ນ້ຳ​ມັນ​ສາມ​ໜ່ວຍ,ອັນ​ໄດ້​ຫຼຸດ​ສານ​ພິດ​ຕໍ່​ອາ​ກາດ​ລົງ​ຢ່າງ​ຫຼວງ​ຫຼາຍ.​ແຕ່​ຄຽງ​ຄູ່​ກັບ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​ຖີບ​ສູງ​ຂຶ້ນ,​ຕົ້ນ​ທຶນ​​ໃນ​ການ​ສະ​ໜອງ​ອາຍ​ອຸ່ນ​ນັບ​ມື້​ນັບ​ແພງ​ຂຶ້ນ,ຫໍ​ພັກ​ຈຶ່ງ​ຫັນ​ຄວາມ​ສົນ​ໃຈ​ໄປ​ໃສ່​ພະລັງ​ງານ​ແສງຕາ​ເວັນ.

ປີ2007,ພາຍ​​ໃຕ້​ການ​ສະໜັບສະໜູນ​ຂອງ​ອົງການ​ປົກຄອງ​ແລະ​ການ​ຊ່ວຍ​ເຫຼືອຢ່າງ​ເອື້ອ​ເຟື້ອ​ເຜື່ອ​ແຜ່​ຂອງ​ວົງ​ການ​ຕ່າງໆ​ໃນ​ສັງຄົມ,ຫໍ​ພັກ​ຜູ້​ເຖົ້າ​ຢາງ​ໄທ​ຊ່ານ​ໄດ້​ລົງ​ທຶນ​2​ລ້ານ​6​ແສນ​ກວ່າ​ຢວນ,​ສ້າງ​ສຳ​ເລັດ​ເຄື່ອງ​ຜະ​ລິດ​ງານ​ອາຍ​ອຸ່ນ​ດ້ວຍ​ພະ​ລັງ​​ແສງ​ຕາ​ເວັນ​ທີ່​ກວມ​ເນື້ອ​ທີ່​1400​ຕາ​ແມັດ,​ແລະ​ຕິດ​ຕັ້ງ​ລະ​ບົບ​ຮັບ​ປະ​ກັນ​ການ​ສະ​ໜອງ​ອາຍ​ອຸ່ນ​ທີ່​ປະ​ກອບ​ດ້ວຍ​ປ້ຳອ​າຍ​ອຸ່ນ​ດ້ວຍ​ນ້ຳ​​ເປັນ​ຫຼັກ​ແລະ​ປ້ຳອ​າຍ​ອຸ່ນ​ດ້ວຍ​ອາ​ກາດ​ເພີ່ມ​ເຕີມ.ທ່ານ​ຊູ​ຈົ່ງ​ທາງ ຫົວ​ໜ້າ​ຫໍ​ພັກ​ຢາງ​ໄທ​ຊ່ານບອກ​ນັກ​ຂ່າວ​ວ່າ:"ບໍ່​ພຽງ​ແຕ່​ໄດ້​ຕິດ​ຕັ້ງ​ອຸ​ປະ​ກອນ​ໃຊ້​ພະ​ລັງ​ງານ​ແສງ​ຕາ​ເວັນ​ທໍ່​ນັ້ນ,​ລະ​ບົບ​ໝູນ​ວຽນ​ອາຍ​ອຸ່ນ​ກໍ່ ຖືກ​ຕາມ​ຫຼັກ​ວິ​ທະ​ຍາ​ສາດ​ຫຼາຍ​ກວ່າ​ເກົ່າ.​ໃນ​ລະ​ດູ​ໜາວ​ປີ​2007,​ອຸນ​ຫະ​ພູມ​ໃນ​ຫໍ​ພັກ​ພວກ​ເຮົາ​ສູງ​ກວ່າ​ປີ​ທີ່​ຜ່ານ​ມາ​ຫຼາຍ,ທຳ​ມະ​ດາ​ແລ້ວ​ແມ່ນ​ປະ​ມານ​22​ອົງ​ສາ."

ທ່າ​ນຊູກ່າວ​ວ່າ,​​ເມື່ອ​ໄດ້​ໃຊ້​ລະບົບ​ສະໜອງ​ອາຍ​ອຸ່ນ​ດ້ວຍ​ພະລັງ​ແສງ​ຕາ​ເວັນ​ແລ້ວ,​ໃນ​ຖາ ນະ​ເປັນ​ຜູ້​ບໍ​ລິ​ການ​ແລະ​ຜູ້​ຄຸ້ມ​ຄອງ,​ທ່ານ​ຮູ້​ສຶກ​ວ່າ,​ຜູ້​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໂດຍ​ກົງ​ຈາກ​ການ​ໃຊ້​ອຸ​ປະ​ກອນ​ປະ​ຢັດ​ພະ​ລັງ​ງານ​ນັ້ນ​ແມ່ນ​ຕົນ​ເອງ.​ທ່ານ​ຊູ​ລົມ​ກັບ​ນັກ​ຂ່າວ​ກ່ຽວ​ກັບ​ປະ​ສິດ​ທິ​ຜົນ​ເສດ​ຖະ​ກິດ​ຫຼັງ​ການ​ໃຊ້​ພະ​ລັງ​ແສງ​ຕາ​ເວັນ​ວ່າ,​ເນື້ອ​ທີ່​ກໍ່​ສ້າງ​ຂອງ​ທົ່ວ​ຫໍ​ພັກ​ຢາງ​ໄທ​ຊ່ານ​ແມ່ນ1​ໝື່ນ​​ຕາ​ແມັດ,​ຖ້າ​ວ່າ​ຍັງ​ໃຊ້​ວິ​ທີ​ເກົ່າ ຄື ​​ເຜົາ​ຖ່ານ​ຫີນ​ເຜົາ​ນ້ຳ​ມັນ​ເພື່ອ​ສະ​ໜອງ​ອາຍ​ອຸ່ນ,​ຕະ​ຫຼອດ​ລະ​ດູ​ໜາວ​ຈະ​ໃຊ້​ເງິນ​ປະ​ມານ​8​ແສນ​ຢວນ.​ແຕ່​ໃນ​ລະດູ​ໜາວ​ປີ2007, ​ເມື່ອ​​ໄດ້​ໃຊ້​ພະ​ລັງ​ງານ​ແສງ​ຕາ​ເວັນ​ເປັນ​ເທື່ອ​ທຳ​ອິດ​ແລ້ວ,​ບໍ່​ພຽງ​ແຕ່​ອຸນ​ຫະ​ພູມ​ໃນ​ຫ້ອງ​ສູງ​ຂຶ້ນ​ທໍ່​ນັ້ນ,​ຕົ້ນ​ທຶນ​ກໍ່​ຫຼຸດ​ລົງ​ຮອດ​2​ແສນ​ຢວນ.​ສະ​ນັ້ນ,​ເງິນ​ທີ່​ປະ​ຢັດ​ຈຶ່ງ​ເອົາ​ໄປ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ອື່ນ.

ທ່າ​ນຊູ​ບອກ​ໃຫ້​ຮູ້​ວ່າ,​​ໃນ​ປີ2004​ແລະ​ປີ2006,ຫໍ​ພັກ​ຜູ້​ເຖົ້າຍັງ​ໄດ້ດັດ​ແປງ​ຫຼັງ​ຄາ​ຂອງ​ຫໍ​ພັກ ໃຫ້​ໜາ​ກວ່າ​ເກົ່າ,​ແລະ​ຕິດ​ຕັ້ງ​ປ່ອງ​ຢ້ຽມ​ສອງ​ຊັ້ນ​ໃຫ້​ທຸກ​ຫ້ອງ,​ເມື່ອ​ເຮັດ​ແນວ​ນີ້​ແລ້ວ,​ອາຍ​ອຸ່ນ​ຈຶ່ງ​ສາ​ມາດ​ຮັກ​ສາ​ຢູ່​ໃນ​ຫ້ອງ​ດົນ​ກວ່າ​ເກົ່າ,​ອຸນ​ຫະ​ພູມ​ໃນ​ຫ້ອງ​ຈຶ່ງ​ອົບ​ອຸ່ນ​ກວ່າ​ເກົ່າ.​ເຖິງ​ວ່າ​ເຮັດ​​ແນວ​ນີ້​ໃຊ້​ງົບ​ປະ​ມານ​ເກືອບ​1​ລ້ານ​ຢວນ,​ແຕ່​ໄດ້​ປະ​ຢັດ​ຕົ້ນ​ທຶນ​ການ​ສະ​ໜອງ​ອາຍ​ອຸ່ນ​ຢ່າງ​ຫຼວງ​ຫຼາຍ.

ນອກຈາກ​ການ​ສະໜອງອາຍ​ອຸ່ນ,​ໃນ​ປີ2005,ຫໍ​ພັກ​ຜູ້​ເຖົ້າຍັງ​ໄດ້​ສ້າງ​ລະບົບ​ບຳບັດ​ນ້ຳ​​ໂສ​ໂຄກ​ພາຍ​ໃນ.​ທ່ານ​ຊູ​ບອກ​ນັກ​ຂ່າວ​ວ່າ: "​ເມື່ອ​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​8​ປີ​ແລ້ວ,​ຫໍ​ພັກ​ພວກ​ເຮົາ​ໄດ້​ບັນ​ລຸ​ເຖິງ​ຂັ້ນ​ທີ່​ບໍ່​ລະ​ບາຍ​ຄວັນ​ພິດ ທັງ​ບໍ່​ລະ​ບາຍ​ນ້ຳ​ເປື້ອນ."

ນ້ຳ​ເປື້​ອນ​ຂອງ​ພວກ​ເຮົາ,ພາຍຫຼັງ​ຜ່ານ​ການ​ບຳບັດແລ້ວ​ກໍ​ສາ​ມ​າດ​ເອົາ​​ໄປຫົດ​ສວນ.​"ລະ​ບົບ​ບໍາ​ບັດ​ນ້ຳ​ເປື້ອນ​ນີ້​ສາ​ມາດ​ບຳ​ບັດ​ນ້ຳ​ເປື້​ອນ​ໄດ້​ຢ່າງ​ຫຼາຍ​100​ໂຕນ​ຕໍ່​ມື້.​ນ້ຳ​ເປື້ອນ​ທີ່​ຜ່ານ​ການ​ບຳ​ບັດ​ສາ​ມາດ​ເອົາ​ມາ​ລ້າງ​ຖະ​ໜົນ​ແລະ​ຫົດ​ດອກ​​ໄມ້​ໂດຍ​ກົງ,​ເຮັດ​ແນວ​ນີ້​ຈະ​ປະ​ຍັດ​ນ້ຳ​ປະ​ປາ​ປະ​ມານ​1400​​ໂຕນ​​ຕໍ່​ປີ.​ເມື່ອ​ນັກ​ຂ່າວ​ຍ່າງ​ນຳ​ທ່ານ​ຊູ​ໃນ​ເດີ່ນ​ຂອງ​ຫໍ​ພັກ​ຜູ້​ເຖົ້າ,​​ຢູ່​​ເທິງ​​​ແທ່ນ​ຊີ​ມັງ​ທີ່​ສູງ​ກວ່າ​ໜ້າ​ດິນ​ໜ້ອຍ​ໜຶ່ງ,​ທ່ານ​ຊູ​ບອກ​​ນັກ​ຂ່າວ​ວ່າ,ຢູ່ໃຕ້​​ແທ່ນ​ຊີ​ມັງນີ້​​ແມ່ນ​ສະ​ສະ​ສົມ​ນ້ຳ​400​ແມັດ​ກ້ອນ.​ນ້ຳ​ເຫຼົ່າ​ນີ້​ຕົ້ນ​ຕໍ​ແມ່ນ​ນ້ຳ​ບໍ່​ແລະ​ນ້ຳ​ສ້າງ,ສາມາ​ດສະ​ໜອງ​​ໃຫ້​ຫໍ​ພັກ​ຜູ້​ເຖົ້າ​ນຳ​ໃຊ້​ເປັນ​ເວ​ລາ​1​ເດືອນ.​ຫ່າງ​ຈາກ​ສະ​ນ້ຳ​​ໄປບໍ່​ໄກ​ບານ​​ໃດ,ນັກ​ຂ່າວ​​ເຫັນ​ສວນ​ຜັກ​ແຫ່ງ​ໜຶ່ງ​ທີ່​ປູກ​ຜັກ​ປະ​ເພດ​ຕ່າງໆ ​ເຊັ່ນ ​ໝາກ​ແຕງ,​ໝາກ​ຖົ່ວ​ຍາວ,​ຜັກ​ຕິນ​ເປັດ​ແລະ​ຜັກ​ແປ້ນ​ເປັນ​ຕົ້ນ,​ທ່ານ​ຊູ​ເວົ້າ​ສູ່​ຟັງ​ວ່າ,​ຜັກ​ທີ່​​​ຜູ້​ເຖົ້າ​ຢູ່​ແຫ່ງ​ນີ້​ກິນ​ນັ້ນ​ມີ​ສ່ວນ​ໜຶ່ງ​ກໍ​ແມ່ນ​ເອົາ​ມາ ຈາກ​ສວນ​ຜັກ​ແຫ່ງ​ນີ້.​ນາງ​ໂລ​ລານ ປີ​ນີ້​ອາ​ຍຸ​82​ປີ​​ແລ້ວ​​ແຕ່​ຍັງ​ມີ​ສຸ​ຂະ​ພາບ​ແຂງ​ແຮງ​ດີ.​​ໃນ​ເວລາ​ທີ່​ນັກ​ຂ່າວ​ເຫັນ​ນາງ,ນາງ​ກຳ​ລັງ​ຫັດ​ກາຍ​ດ້ວຍ​ເຄື່ອງ​ຫັດ​ກາຍ​ຢູ່​​ໃນເດີ່ນ​ບ້ານ,​ນາງ​ບ​ອກ​ໃຫ້​ນັກ​ຂ່າວ​ຮູ້​ວ່າ,ນາງ​ໄດ້​​ພັກ​ຢູ່​ນີ້​ເປັນ​ເວລາ2​ປີ​​​ເຄິ່ງ​ແລ້ວ,​ຮູ້​ສຶກ​ດີ​ຫຼາຍ.​ນາງ​ບອກ​ວ່າ:​"​ບ່ອນ​ນີ້​ອາກາດ​ດີ.​ຖ້າ​ວ່າ​ອາ​ກາດ​ກາງ​ເວັນ​ດີ​ແບບ​ນີ້,​ຂ້ອຍ​ກໍ​ຍ່າງ​ຂຶ້ນ​​ພູ.​ຂ້ອຍ​ຍັງ​​ມັກ​ຫຼິ້ນ​ກິ​ລາ,​ມັກ​ຫຼິ້ນ​ບານ."​ຢູ່​ຫໍ​ພັກ​ຜູ້​ເຖົ້າ,​ຜູ້​ເຖົ້າ​ມັກ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​​ນຳ​ກັນ​​​ເລື້​ອໆ.​ຢູ່​ຫ້ອງ​ໝາກ​ລຸກ​ແລະ​ຫຼິ້ນ​ໄພ້,​ຫ້ອງ​ສະ​ໜຸກ​ເກີ,​ປະ​ຕູ​ສະ​ໜາມ​ກິລາ​ແລະ​ພູ​ພາ​ທີ່​ມີ​ຕົ້ນ​ໄມ້​ຂຽວ​ງາມ​ສາ​ມາດ​ພົບ​ເຫັນ​​ຜູ້​ເຖົ້າ​ເລື້ອຍໆ.​ນາງ​ໂລ​ລານ​​ເວົ້າ​ວ່າ,​ຜູ້​ເຖົ້າ​ທັງ​ຫຼາຍ​ມັກ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ນຳ​ກັນ​ເລື້ອຍໆ,​ທັງ​ຫັດ​ກາຍ,​ທັງ​​​​ໂອ້​ລົມ​ກັນ,​ຮູ້​ສຶກ​ສະ​ບາຍ​ຫຼາຍ.​ທ່ານ​ຊູ​ບ​ອກ​ໃຫ້​ນັກ​ຂ່າວ​ຮູ້​ວ່າ,​ການ​ລ້ຽງ​ຜູ້​ເຖົ້າຢູ່​ໃນ​ສັງ​ຄົມ​ແມ່ນ​ທ່າ​ອ່ຽງ​ອັນ​ໜຶ່ງ​​ໃນ​ອະນາ​ຄົນ,ການ ສະ​ໜອງ​ສະ​ຖານ​ທີ່​ແລະ​ໂອ​ກາດ​ທີ່​ຈັດ​ກິດ​ຈະ​ກຳ​ຮ່ວມ​ໃຫ້​ແກ່​ຜູ້​ເຖົ້າ​ມີ​ຜົນ​ດີ​ຕໍ່​ສຸ​ຂະ​ພາບ​​ທາງ​ຫ່າງ​ກາຍ​ແລະ​ຈິດ​ໃຈຂອງ​ຜູ້​​ເຖົ້າ,​ຈົນ​ກະ​ທັ້ງ​ສາ​ມາດ​ຜ່ອນ​ຄາຍ​ອາການ​ພະ​ຍາດ​ຊຳ​ເຮື້ອ​ຈຳ​ນວນ​ໜຶ່ງ​.ຢູ່​​ຫໍ​ພັກ​ຂອງ​ຜູ້​ເຖົ້າ​ຢາງ​ໄຖ​ຊານ,ມີ​ຜູ້​ເຖົ້າ​ທີ່ຄື​ໂລ​ງານ​ຫຼາຍ.​ເພື່ອ​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຜູ້​ເຖົ້າ​ນັບ​ມື້​ນັບ​ດີ​ຂຶ້ນ,​ທ່ານ​ຫົວ​ໜ້າ​ຊູ​ຈົງ​ຖາງ​ແລະ​ພະນັກ​ງານ​ອື່ນໆ​ໄດ້​ປັບ​ປຸງ​ອຸ​ປະ​ກອນ​ຕ່າງໆ​​ໃຫ້ດີ​ຂຶ້ນ​ຢ່າງ​ບໍ່​ຍຸດ​ຢັ້ງ,​ຜູ້​​ເຖົ້າ​ກໍ​ຖື​ບ່ອນ​ນີ້​ເປັ​ເຮືອນ​ຂອງ​ຕົນ.​ທ່ານ​ຫົວ​ໜ້າ​ຊູ​ກ່າວ​ວ່າ,ດຽວ​ນີ້​ຍັງ​ມີ​ຜູ້​ເຖົ້າ​​ຫຼາຍ​ຄົນ​ຢາກ​ມາ​ພັກ​ຢູ່​ນີ້,​ແຕ່​ຄວາມ​ສາ​ມາດ​ບັນ​ຈຸ​ຂອງ​ຫໍ​ພັກ​ມີ​ຄວາມ​ຈຳ​ກັດ.​ແຕ່​ວ່າ​ປະ​ຈຸ​ບັນ​ນີ້,ພວມ​ພິ​ຈາ​ລະ​ນາ​ຂະ​ຫຍາ​ຍ​ຫໍ​ພັກ​ໃຫ້​ກວ້າງ​ອອກ​ຕື່ມ​ອີກ,​​ເຊື່ອ​ວ່​າ​ໃນ​ອະນາ​ຄົນ​ທີ່​ບໍ່​ດົນ,ຈະມີ​​ຜູ້​ເຖົ້າ​ຫຼາຍ​ກ່ວາ​ເກົ່າ​ສາມາດ​ພັກ​ຢູ່​ຫໍ​ພັກ​ຜູ້​ເຖົ້າ​ຢາ​ງ​ໄຖ​ຊານ​ແລະສະ​ເຫວີຍ​ສຸກ​ຢູ່​ແຫ່ງ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>