ຈີນ​​ເປີດກວ້າງອາຊີວະ​ສຶກສາລະດັບກາງ​ທີ່​ອ່ວາຍ​ໜ້າ​ສູ່ຊົນນະບົດ ​ແລະ ຈະຍົກ​ເວັ້ນຄ່າ​ຮຽນ​ເທື່ອ​ລະ​ກ້າວ

(GMT+08:00) 2008-10-28 17:36:41 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ: ຮອດ​ປີ2010,ຂະໜາດ​ຮັບ​ສະໝັກ​ນັກຮຽນ​ອາຊີວະ​ສຶກສາລະດັບກາງທີ່​ອ່ວາຍ​ໜ້າ​ສູ່ຊົນນະບົດ​ຂອງຈີນ​ຈະ​ຈາກ6​ລ້ານ4​ແສນ​ຄົນ​ ​ໃນ​ປີ2007​ເພິ່ມຂຶ້ນຮອດ6​ລ້ານ8​ແສນ​ຄົນ,​ແລະ​ຈະຍົກ​ເວັ້ນຄ່າ​ຮຽນ​ເທື່ອ​ລະ​ກ້າວ.

ວັນ​ທີ27 ຕຸລາ​ນີ້, ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ,ທ່ານ​ຈ່າງ​ຈ່າວ​ເວີນຜູ່​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ກະຊວງ​ສຶກສາ​ທິການ​ຈີນ​​ແນະ​ນຳ​ວ່າ, ​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,ອາຊີວະ​ສຶກສາ​ລະດັບກາງ​ທີ່​ອ່ວາຍ​ໜ້າ​ສູ່ຊົນນະບົດ​ຂອງຈີນ​ໄດ້​ພັດທະນາ​ຢ່າງ​ຫຼວງ​ຫຼາຍ,ຈຳນວນ​​ຮັບສະໝັກ​ນັກຮຽນ​​ໄດ້ເພິ່ມຂຶ້ນ​​ເລື້ອຍໆ. ນອກ​ນີ້​,ຍັງ​ໄດ້​ສ້າງ ​ ລະບົບ​ນະ​ໂຍບາຍ​ອຸດ​ໜູນ​​ນັກ​ຮຽນ​ໃນ​ໂຮງຮຽນ​ອາຊີວະ​ສຶກສາ​ທີ່​ຄອບຄົວ​ທຸກຍາກ, ຄ່າ​ໃຊ້​ຈ່າຍ​ລັດໃຊ້​​ເຂົ້າ​ໃນ​ການອຸດ​ໜູນ​ນັກຮຽນ​ໃນ​ໂຮງ​ຮຽນອາຊີວະ​ສຶກສາ​ລະດັບກາງມີ​ປະມານ18​ຕື້​ຢວນຕໍ່​ປີ.

ຕາມ​​ເຜີຍ​ໃຫ້ຮູ້​ວ່າ, ປັດຈຸບັນ, ຝ່າຍ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ຍັງ​ພວມ​ເລັ່ງລັດ​ຄົ້ນຄວ້າ​ວຽກ​ງານກ່ຽວກັບ​ການຍົກ​ເວັ້ນຄ່າ​ຮຽນ​ຕໍ່​ອາຊີວະ​ສຶກສາ​ລະດັບ​ກາງ​ເທື່ອລະ​ກ້າວ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>