ການ​ສ້າງສາຜະລິດຕະກຳ​ພື້ນຖານ​​ແລະ​ພື້ນຖານ​ໂຄງ​ລ່າງ​ຂອງ​ຈີນ​ໃນ30ປີມາ​ນີ້ເພີ່ມ​ທະວີ​ຂຶ້ນຢ່າງ​ຈະ​ແຈ້ງ

(GMT+08:00) 2008-10-30 16:12:25 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ບົດ​ລາຍ​ງານ​ສະບັບ​ໜຶ່ງ​ທີ່​ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​​ເປີດ​ເຜີຍ​ສະ​ແດງ​ໃຫ້​ເຫັນ​ວ່າ,​​ແຕ່​ດຳ​ເນີນ​ການ​ປະຕິ​ຮູ​ບ​ແລະໄຂ​ປະຕູ​ສູ່​ພາຍ​ນອກ​ໃນ30ປີ​ມາ​ນີ້,ຜະລິດຕະກຳ​ພື້ນຖານ​ແລະ​ພື້ນຖານ​ໂຄງ​ລ່າງ​ຂອງ​ຈີນ​ເພີ່ມ​ທະວີ​ຢ່າງຈະ​ແຈ້ງ.

ບົດ​ລາຍ​ງານ​ກ່າວ​ວ່າ,​ແຕ່ປີ1979ຫາ​ປີ2007,ການ​ລົງທຶນ​ໃນ​ດ້ານ​ຜະລິດຕະກຳ​ພື້ນຖານ​ແລະ​ພື້ນຖານ​ໂຄງ​ລ່າງ​ທົ່ວ​ປະ​ເທດຈີນ​ມີ​ເກືອບ30000ຕື້​ຢວນ,ກວມ30%​ການ​ລົງທຶນ​ທົ່ວ​ສັງຄົມ​ໃນ​ໄລຍະ​ດຽວ​ກັນ.​ການ​ສ້າງສາ​ຂອງໂຄງການ​ສຳຄັນ​ງວດໜຶ່ງ​ຄືສົ່ງອາຍ​ແກັສທຳ​ມະ​ຊາດຈາກພາກ​ຕາ​ເວັນ​ຕົກ​ສູ່​ພາກ​ຕາ​ເວັນ​ອອກ,ສົ່ງ​ນ້ຳພາກ​ໃຕ້​ສູ່​ພາກ​ເໜືອ,ຢຸດຕິ​ການ​ປູກຝັງ​ກັບ​ມາ​ປູກ​ຕົ້ນ​ໄມ້​ຕົ້ນ​ຫຍ້າ​ເປັນ​ຕົ້ນ​ໄດ້ສຳ​ເລັດ​ຢ່າງ​ສະດວກ​ຫຼພວມື​ກ້າວ​ໄປ​ໜ້າ.

ບົດ​ລາຍ​ງານ​ກ່າວ​ວ່າ,​ໂດຍ​ຜ່ານຈາກ​ການ​ລົງທຶນສ້າງສາຢ່າງຂະໜາດ​ໃຫຍ່,ຄວາມ​ສາມາດ​ແລະ​ລະດັບ​ການ​ຜະລິດ​ຂອງຜະລິດຕະກຳ​ພື້ນຖານ​ແລະ​ພື້ນຖານ​ໂຄງ​ລ່າງ​ຂອງ​ຈີນ​ໄດ້​ຍົກ​ສູງ​ຢ່າງ​ຫຼວງ​ຫຼາຍ,ກະສິກຳ,ພະລັງງານ,ຄວາມ​ສາມາດທີ່​ສະໜອງ​ອຸປະກອນ,ວັດຖຸ​ດິບ​ກ້າວຂຶ້ນ​ສູ່​ລະດັບ​ໃໝ່,​ຄົມ​ທະນາ​ຄົມຂົນ​ສົ່ງ,​ໄປສະນີ​ໂທລະ​ຄົມມະນາຄົມ​ໄດ້​ຈໍ່​ຕົວ​ຂຶ້ນ​​ເປັນລະບົບ​​ເຄືອ​ຄາຍທີ່​ປົກ​ຫຸ້ມທົ່ວ​ປະ​ເທດ,ສິ່ງ​ເວດ​ລ້ອມ​ຊົນລະປະທານ,ພື້ນຖານ​​ໂຄງ​ລ່າງ​ຂອງການ​ສຶກສາ​ວັດທະນະທຳ​ສາ​ທາລະນະ​ສຸກ​ກິລາ​​ໄດ້ເພີ່ມ​ທະວີ​ຂຶ້ນຢ່າງຈະ​ແຈ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>