ຕິ​ເບ​ດ​ກອບ​ກູ້​ປິ່ນ​ປົວ​ຜູ້​ບາດ​ເຈັບ​ຍ້ອນ​​ພາ​ຍຸ​ຫິ​ມະ​ໂດຍ​ບໍ່​ເກັບ​ຄ່າ

(GMT+08:00) 2008-10-31 19:51:33 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 31 ພະຈິກ​ນີ້, ທ່ານ​ກົ່ງ​ຜູ​ກ​ກ່ວງ ຮອງ​ປະທານ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດຈີນ​ກ່າວ​ວ່າ, ຜູ້​ບາດ​ເຈັບ​ຍ້ອນ​ພາຍຸ​ຫິມະ​ລ້ວນ​ແຕ່​ຈະ​ໄດ້​ຮັບ​ການ​ກອບ​ກູ້​ປິ່ນປົວໂດຍ​ບໍ່​ເກັບ​ຄ່າ​ຈາກ​ລັດຖະບານ, ​ແລະ​ຈະ​ໃຫ້​ເງິນ​ຄ່າ​ທຳ​ຂວັນ​ແກ່​ຜູ້​​ເສຍ​ຊີວິດ.

ແຕ່​ວັນ​ທີ 26 ຕຸລາ​ເປັນຕົ້ນ​ມາ, ​ເຂດ​ສ່ວນຫຼາຍຂອງ​ຕິ​ເບ​ດຈີນ​ປະສົບ​ພາຍຸ​ຫິມະ, ບາງ​ເຂດ​ຫິມະ​ໜາ​ເຖິງ 1,2 ​​ແມັດ​ຫາ 1,5 ​ແມັດ, ​ເຮັດ​ໃຫ້​ມວນ​ຊົນ 3 ພັນ​ກວ່າ​ຄົນ​ປະສົບ​ໄພ, ​ແລະ​ມີ​ຄົນ​ບາດ​ເຈັບ​ແລະ​ເສຍ​ຊີວິດ.

ທ່ານ​ກົ່ງ​ຜູ​ກ່ວງກ່າວ​ວ່າ, ມວນ​ຊົນ​ທີ່​ເຮືອນ​ເພພັງ​ໃນ​ພາຍຸ​ຫິມະ​ເທື່ອ​ນີ້, ລັດຖະບານ​ຈະ​ໃຫ້​ເງິນ​ຊ່ອຍ​ສ້າງ​ຄືນ​​ໃໝ່ 3 ໝື່ນ​ຢວນ; ຈະ​ໃຫ້ຄອບຄົວ​ຂອງ​​ຜູ້​ປະສົບ​ເຄາະ​ຮ້າຍແຕ່ລະຄົນ​ 5 ພັນ​ຢວນ, ຕໍ່ມວນ​ຊົນທີ່​ບາດ​ເຈັບ​ຍ້ອນ​ພາຍຸ​ຫິມະ​, ຄ່າປີ່​ນປົວ​ລ້ວນ​ແຕ່​ແມ່ນ​ການ​ເງິນຂອງ​ເຂດ​ປົກຄອງ​ຕົນ​ເອງ​ຈ່າຍ​ໃຫ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>