ນັບ​ແຕ່​ດຳ​ເນີນ​ການ​ປະ​ຕິ​ຮູບ​ເປີດ​ປະຕູ​ສູ່​ພາຍ​ນອກ​ເປັນ​ຕົ້ນ​ມາ, ຈັງ​ຫວະ​ການ​ເຕີບ​ໂຕ​ສະ​ເລ່ຍ​ຕໍ່​ປີ​ຂອງ GDP ຂອງ​ຈີນ​ບັນ​ລຸ 9,8%

(GMT+08:00) 2008-10-31 20:08:10 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 31 ຕຸລາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຈ່າງ​ສຽວ​ຊຽງ ຮອງ​ຫົວໜ້າ​ຄະນະ​ກຳ​ມະ​ການ​ການ​ພັດທະນາ​ແລະ​ການ​ປະຕິຮູບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ, ​ໃນ 30 ປີ​ທີ່​ຈີນປະຕິບັດນະ​ໂຍບາຍ​ການ​ປະຕິຮູບ​ເປີດປະຕູ​ສູ່​ພາຍ​ນອກ, ຈັງຫວະ​ການ​ເຕີບ​ໂຕ​ສະ​ເລ່ຍຕໍ່​ປີ​ຂອງ GDP ຂອງ​ຈີນ​ບັນລຸ 9,8%.

ທ່ານ​ຈ່າງ​ສຽວຊຽງ​ແມ່ນ​ໃຫ້​ທັດ​ທະນະ​ດັ່ງ​ກ່າວ​ໃນ "ເວທີ​ປາ​ໄສສາກົນ​ປັກ​ກິ່ງ​ WTO ກັບ​ຈີນ". ຕາມ​ການ​ແນະນຳ, ປີ​ກາຍ​ນີ້, ລາຍ​ໄດ້​ຕົວ​ຈິງ​ສະ​ເລ່ຍຕາມ​ຫົວ​ຄົນ​ຂອງ​ປະຊາຊົນ​ໃນ​ຕົວເມືອງ​​ແມ່ນ 7,5 ​ເທົ່າ​ຂອງປີ 1978, ຊົນນະບົດ​ແມ່ນ 7,3 ​ເທົ່າ. ຍອດ​ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງປະ​ເທດ​ຂອງ​ຈີນ​ໃນ​ມາດຕາ​ສ່ວນ​ຂອງ​ໂລກກໍ່​ຈາກ​ບໍ່ຮອດ 1% ​ເພີ່ມ​ຂຶ້ນຮອດ​ເກືອບ 8%, ການ​ຄ້າ​ຂາ​ອອກ​ເປັນອັນ​ດັບ​ທີ 2 ​ໃນ​ໂລກ.

ທ່ານ​ຈ່າງ​ສຽວ​ຊຽງ​ກ່າວ​ວ່າ, ນະ​ໂຍບາຍ​ການ​ປະຕິຮູບ​ເປີດ​ປະຕູ​ສູ່​ພາຍ​ນອກ​ໄດ້​ປ່ຽນ​​ແປງ​ສະພາບ​ການ​ທີ່​ປິດ​ປະ​ເທດ, ຫຼ້າຫຼັງ, ​ແລະ​ແຂງ​ກະດ້າງ​ໃນ​ໄລຍະ​ຍາວ​ນານ​ຂ​ອງຈີນ​ຈາກ​ດ້ານ​ກົກຮາກ, ​ໄດ້​ປົດ​ປ່ອຍ​ກຳລັງ​ການ​ຜະ​ລິດ​ຢ່າງ​ຫຼວງຫຼາຍ, ວຽກ​ງານ​ຕ່າງໆ​ຂອງ​ເສດຖະກິດ​ສັງຄົມ​ລ້ວນ​ແຕ່​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ໃຫຍ່ຫຼວງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>