ວຽກ​ງານ​ກຸ​ສົນ​ຈີນ​ພັດ​ທະ​ນາ​ຢ່າງ​ຂະ​ໜາດ​ໃຫຍ່

(GMT+08:00) 2008-11-01 18:29:59 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 1 ພະຈິກ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ວາງ​ເຈີ້ນ​ຢ້າວ ​ເຈົ້າໜ້າ​ທີ່​ກະຊວງ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຈີນ​ທີ່​ຮັບຜິດຊອບ​ວຽກ​ງານສະຫວັດດີ​ການ​ສັງຄົມ​ແລະ​ວຽກ​ງານ​ກຸສົນ​ກ່າວ​ວ່າ, ປະຈຸ​ບັນ, ວຽກ​ງານ​ກຸສົນ​ຈີນ​​ໄດ້ພັດທະນາ​ຢ່າງຂະໜາດ​ໃຫຍ່​, ລັດຖະບານ​ຈະ​ໃຊ້​ນ້ຳ​ໃຈ​ກຸສົນ​ຂອງສັງຄົມ​ທີ່​ມີ​ຂຶ້ນ​ໃນ​ແຜ່ນດິນ​ໄຫວ​​​ເວີ້​ນຊວນ ຊຸກ​ຍູ້ວຽກ​ງານ​ກຸສົນ​ໃຫ້​ພັດທະນາ​ຢ່າງຮອບດ້ານ.

ໃນ​ເວທີ​ປຶກສາ​ຫາລື​ກຸສົນ​ສາທາລະນະ​ປະ​ໂຫຍ​ດທົ່ວ​ໂລກ​​ທີ່​ຈັດ​ຂຶ້ນ​ຢູ່​ຈີນໃນ​ວັນ​ທີ 1 ພະຈິກ, ທ່ານ​ວາງ​ເຈີ້ນຢ້າວ​ກ່າວ​ວ່າ, ຫຼັງຈາກ​ແຜ່ນດິນ​ໄຫວ​ຢູ່ເວີ້​ນຊວນ​, ນໍ້າ​ໃຈ​ຮັກ​ແພງກັນຂອງ​ສັງຄົມຈີນ​ໄດ້​ສະ​ແດງອອກ​ໃຫ້​ເຫັນ​ຢ່າງຮອບດ້ານ, ກິດຈະກຳ​ການ​ກຸສົນຈຶ່ງ​ໄດ້ຈັດ​ຂຶ້ນ​ເລື້ອຍໆ, ສະ​ໄໝ​ການກຸສົນ​ໄດ້​ມາ​ຮອດ​ແລ້ວ. ສະນັ້ນ, ລັດຖະບານ​ຈີນ​ຈະ​ແນ​ໃສ່​ບັນຫາ​ຈຳນວນ​ໜຶ່ງ​ທີ່​ມີ​ຂຶ້ນໃນ​ກິດຈະກຳ​ການກຸສົນ​ໃນ​ສະ​ເພາະ​ໜ້າ, ຕັ້ງໜ້າ​ຊຸກ​ຍູ້​ການ​ປະຕິບັດ​ນະ​ໂຍບາຍ​ການ​ກຸສົນ​ແລະ​ການ​ສ້າງ​ອົງການ​ກຸສົນ.

ທ່ານ​ວາງ​ເຈີ້ນ​ຢ້າວ​ຍັງ​ກ່າວ​ວ່າ, ຈີນ​ຈະຕັ້ງໜ້າ​ຖອດ​ຖອນ​ບົດຮຽນ​ສາກົນ, ຊຸກ​ຍູ້​ວຽກ​ງານ​ກຸສົນ​ຂອງ​ຈີນ​​ໃຫ້ພັດທະນາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>