ຈີນ​ສ້າງ​ເລື່ອງ​ມະຫັດສະຈັນ​ໃນ​ຂົງ​ເຂດປະຊາກອນ​ພັດທະນາ

(GMT+08:00) 2008-11-01 19:21:56 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຈີນ: ວັນ​ທີ1 ພະຈິກ​ນີ້,​ໃນ​ເວທີ​ປຶກສາ​ຫາລື​ແຫ່ງ​ໜຶ່ງ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ໄຫ​ໂຂ ​ແຂວງ​ໄຫ​ຫລຳ ພາກ​ໃຕ້​ຂອງ​ຈີນ, ນາງຈ້າວ​ປາຍ​ເກີ ຮອງ​ຫົວໜ້າ​ຄະນະກຳມະການ​ປະຊາກອນ​ ​ແລະ ຄຸມ​ກຳ​ເນີດ​ແຫ່ງ​ຊາດ​ຈີນກ່າວ​ວ່າ, ນັບ​ແຕ່​ໄດ້ດຳ​ເນີນ​ການ​ປະຕິ​ຮູ​ບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ30ປີ​ມາ​ນີ້, ຈີນ​​ໄດ້ສ້າງ​ເລື່ອງ​ມະຫັດສະຈັນ​ໃນ​ຂົງ​ເຂດປະຊາກອນ

ນາງ​ຈ້າວ​ປາຍ​ເກີ​ກ່າວ​ວ່າ, ​ໃນ30​ປີ​ມາ​ນີ້, ອັດຕາ​ກຳ​ເນີ​ດຂອງຍອດ​ຈຳນວນ​ປະຊາກອນ​ຈີນ​ໄດ້​ຫຼຸດ​ລົງ​ຈາກ5,8% ຮອດ ປະມານ1,8%,ໝາຍ​ຄວາມ​ວ່າ, ປັດຈະ​ບັນ,ຜົວ​ເມຍຄູ່ໜຶ່ງ​ຂອງ​ຈີນ ສະ​ເລ່ຍ​ແລ້ວ​ເກີດ​ລູກ1,8ຄົນ, ອັດຕາ​ຕາຍ​ຂອງ​ເດັກ​ເກີດ​ໃໝ່ຫຼຸດ​ລົງ​ຮອດ1,5%,ສ່ວນ​ອາຍຸ​ຄາດໝາຍ​ຂອງ​ປະຊາກອນ​ຍົກ​ສູງ​ຂຶ້ນຮອດ73​ປີ​ຂຶ້ນ​ໄປ,ບັນລຸລະດັບ​ຂອງ​ປະ​ເທດ​ພັດທະນາ​ປານກາງ,ປະຊາກອນ​ສູງ​ກວ່າອາຍຸ15​ປີ ຂຶ້ນ​ໄປ​ສະ​ເລ່ຍ​ແລ້ວ​ໄດ້​ຮັບ​ການ​ສຶກສາ8,5ປີ,ສູງ​ກວ່າ​ລະດັບ​ສະ​ເລ່ຍຂອງ​ປະ​ເທດ​ພວມ​ພັດທະນາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>