ຈີນ​ຈະ​ໃຊ້​ເວລາ5-8​ປີສ້າງ​ລະບົບມາດຕະຖານ​ໄຟຟ້າ​ນີວ​ເຄຼຍຂອງ​ຕົນ

(GMT+08:00) 2008-11-03 19:43:10 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ3 ພະຈິກ​ນີ້, ​ໃນ"ງານ​ສຳ​ມະ​ນາກ​ວດພິສູດ​ອຸປະກອນ​ນີວ​ເຄຼຍຈີນ-​ອາ​ເມ​ລິ​ກາ​ຄັ້ງທຳ​ອິດ"ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ເຊີງ​ຕູ່, ນາງ​ຮວງລີ ຮອງ​ຫົວໜ້າ​ກົມ​ອຸປະກອນ​ສຳຄັນ​ຂອງຄະນະ​ກຳມະການ​​ການພັດທະນາ​ແລະການປະຕິຮູບແຫ່ງລັດຈີນກ່າວວ່າ,ຈີນຈະໃຊ້ເວລາ5-8ປີສ້າງລະບົບມາດຖານ​ໄຟຟ້າ​ນີວ​ເຄຼຍຂົງຕົນ.

ນາງ​ຮວງ​ລີ​ກ່າວ​ວ່າ, ປັດຈຸບັນ, ດ້ານ​ໜຶ່ງຈີນ​ພວມ​ນຳ​ເຂົ້າ​ເຕັກນິກAP1000ໄຟຟ້າ​ນີວ​ເຄຼຍຣຸ້ນທີ3ຈາກ​ອາ​ເມ​ລິ​ກາ, ​ອີກ​ດ້ານ​ໜຶ່ງ​ກໍ່​ພວມ​ຜະລິດເຄື່ອງ​ຜະລິດ​ໄຟຟ້າແບບ​ດັດ​ແປງ​ຣຸ້ນທີ2,​ເຄື່ອງ​ຜະລິດ​ໄຟຟ້າ​ເຫຼົ່າ​ນີ້​ຈະ​ແມ່ນ​ເຄື່ອງ​ຜະລິດ​ໄຟຟ້າ​ຕົ້ນຕໍທີ່​ຈີນ​ບັນລຸ"​ແຜນພັດທະນາ​​ໄຟຟ້າ​ນີວ​ເຄຼຍ​ໄລຍະ​ກາງ ​ແລະ ຍາວ".

ນາງ​ເວົ້າວ່າ,ປັດຈຸບັນ,​ໃນ​ຂົງ​ເຂດ​ໄຟຟ້າ​ນີວ​ເຄຼຍຈີນ​ໄດ້​ໃຊ້,ມາດຕະຖານ​ຫຼາຍ​ປະ​ເທດ​ພ້ອມ​ກັນ. ສະ​ນັ້ນ, ​ຮີບ​ດ່ວນທີ່​ສຸ​ດ​ແມ່ນ​ຕ້ອງການ​ສ້າງ​ລະບົບ​ມາດຕະຖານ​ຂອງ​ຕົນ​ເອງ
​,ນີ້​ແມ່ນ​ພື້ນຖານ​ທີ່​ຈີນ​ພັດທະນາ​ໄຟຟ້າ​ນີວ​ເຄຼຍ​ໂດຍເປັນ​ເຈົ້າ​ຕົວ​ເອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>