ເຈົ້າ​ໜ້າ​ທີ່​ຕິ​ເບ​ດກ່າວ​ວ່າ, ​ພະ​ນັກ​ງານ​ເຜົ່າ​ຕິ​ເບ​ດ​ແລະ​ເຜົ່າ​ອື່ນໆ​ແມ່ນ​ສ່ວນ​ຫຼາຍ​ຂອງ​ຖັນ​ແຖວ​ພະ​ນັກ​ງານ​ເຂດ​ຕິ​ເບດ

(GMT+08:00) 2008-11-04 10:07:45 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ, ວັນ​ທີ3ພະຈິກ​ນີ້, ຢູ່​ເມືອງ​ລາຊາ, ທ່ານ​ຄັນ​ວາງ ຮອງ​ປະທານ​ຄະນະ​ກຳມາ​ທິການ​ການ​ສຶກສາ​ວັດທະ​ນະທຳ​ແລະ​ສາທາ​ລະນະ​ສຸກ​ຂອງ​ຄະນະ​ປະຈຳ​ສະພາ​ປະຊາ​ຊົນ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບ​ດຈີນ​ກ່າວ​ວ່າ, ພະນັກ​ງານ​ເຜົ່າ​ຕິ​ເບ​ດ​ແລະ​ເຜົ່າ​ອື່ນໆ​ແມ່ນ​ສ່ວນ​ຫຼາຍຂອງ​ຖັນ​ແຖວ​ພະນັກ​ງານ​ເຂດ​ຕິ​ເບ​ດ, ​ໄດ້​ໃຊ້​ສິດທິ​ທີ່​ເປັນ​ເຈົ້າຂອງ​ບ້ານ​ເມືອງ​ຢ່າງ​ເຕັມ​ສ່ວນ.

ທ່ານການ​ວາງ​ກ່າວ​ວ່າ, ປະຊາ​ຊົນ​ຕິ​ເບ​ດມີ​ສິດ​ປົກຄອງ​ຕົນ​ເອງ​ດ້ານ​ການ​ເມືອງ​ຢ່າງ​ເຕັມ​ສ່ວນ, ນັບ​ແຕ່​ສ້າງ​ຕັ້ງ​ເຂດ​ປົກຄອງ​ຕົນ​ເອງ​ເປັນຕົ້ນ​ມາ, ປະຊາ​ຊົນ​ຕິ​ເບ​ດ​ໄດ້​ນຳ​ໃຊ້​ສິດ​ເລືອກ​ຕັ້ງ​ແລະ​ສິດ​ສະໝັກ​ຮັບ​ເລືອກ​ຕັ້ງ​ຕາມ​ລັດຖະທຳ​ມະນູນ​ແລະ​ກົດໝາຍ​ຢ່າງ​ຕັ້ງໜ້າ, ​ແລະ​ໄດ້​ຜ່ານ​ຜູ້​ແທນ​ສະ​ພາ​ປະ​ຊາຊົນ​ເຂົ້າ​ຮ່ວມ​ການ​ປົກຄ​ອງລັດ​ແລະ​ວຽກ​ງານ​ທ້ອງ​ຖິ່ນ. ປີ2007, ​ໃນ​ຜູ້​ແທນ​ສະ​ພາ​ປະ​ຊາຊົນ​ເຂດ​ຕິ​ເບ​ດ, ຜູ້​ແທນ​ເຜົ່າ​ຕິ​ເບ​ດ​ແລະ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ອື່ນໆ​ຢູ່​ເຂດ​ປົກຄອງ​ຕົນ​ເອງ​ແລະ​ເມືອງ​ລາຊາ​ກວມ80%​ຂຶ້ນ​ໄປ, ​​ຢູ່​ຂັ້ນ​ເມືອງ​ແລະ​ຕາ​ແສງກວມ​90%ຂຶ້ນ​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>