ພັກ​ກົກ​ມິນ​ຕັງ​ກັບ​ພັກ​ກອມ​ມູ​ນິດ​ຈີນ​ແມ່ນ​ຊ່ອງ​ທາງ​ສຳ​ຄັນ​ທີ່​ໃຫ້​ສອງ​ຝັ່ງ​ຮ່ວມ​ມື​ຕິດ​ຕໍ່​ກັນ

(GMT+08:00) 2008-11-06 14:14:13 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ cri:ຕອນ​ຄ່ຳ​ວັນ​ທີ 5 ພະຈິກ​ນີ້,ຢູ່​ໄຕ​ເປ,​ໃນ​ເວລາ​ຈັດ​ງານ​ລ້ຽງ​ຮັບຮອງ​ທ່ານ​ເສີນ​ຢຸນລິນ​ ປະທານ​ສະມາຄົມ​ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ແຜ່ນດິນ​ໃຫຍ່ນັ້ນ,ທ່ານ​ອູ​​ໂປ​ໂຊງ ປະທານ​ພັກ​ກົກ​ມິນ​ຕັງ​ຈີນກ່າວ​ວ່າ, ພັກ​ກົກ​ມິນ​ຕັງ​ກັບ​ພັກ​ກອມ​ມູນິດ​ຈີນ​ແມ່ນ​ຊ່ອງ​ທາງ​ສຳຄັນ​ທີ່​ໃຫ້​ສອງ​ຝັ່ງ​ຮ່ວມ​ມື​ຕິດຕໍ່​ກັນ.

ທ່ານ​​ໂກ​ໂປ​ໂຊງກ່າວ​ວ່າ:ການ​ປຶກສາ​ຫາລື​ກັນ​ລະຫວ່າງມູນ​ນິທິ​ແລກ ປ່ຽນ​ລະຫວ່າງ​ສອງຝັ່ງ​ຊ່ອງ​​ແຄບ​ໄຕ້​ຫວັນ​ກັບ​ສະມາຄົມ​ການ​ພົວພັນ​ລະ ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ແຜ່ນດິນ​ໃຫຍ່​ແມ່ນ​ຊ່ອງ​ທາງ​ດຽວ​ທີ່​ໄດ້​​ເຊັນ​ສັນຍາ​ໄວ້​ໂດຍ​ໄດ້ຮັບ​ການມອບຫມາຍ​ຈາກ​ລັດຖະບານ.ລະຫວ່າງ​ສອງ​ຝັ່ງ​ມີ​ຊ່ອງ​ທາງ​ໄປມາຫາ​ສູ່​ກັນ​ຫລາຍຊ່ອງ​ທາງ, ​ໃນ​ນັ້ນ ພັກ​ກົກ​ມິນ​ຕັງ​ແລະ​ພັກ​ກອມ​ມູນິດ​ຈີນ​ແມ່ນ​ສຳຄັນ​ກວ່າ​ຫມູ່.​ແຕ່​ກ່ອນ​ໃນ​ເວລາການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ເຄັ່ງ​ຕຶງທີ່​ສຸດ​ນັ້ນ, ຊ່ອງ​ທາງ​ຕິດຕ​ຕໍ່​ພົວພັນ​ລະຫວ່າງພັກ​ກົກ​ມິນ​ຕັງ​ກັບ​ພັກ​ກອມ​ມູນິດ​ຈີນ​ໄດ້​ເຮັດ​ໃຫ້​ສະພາບ​ຜ່ອນຄາຍ.ສູ່​ມື້ນີ້, ພັກ​ກົກ​ມິນ​ຕັງ​ກໍ່​ຍິນ​ດີ​ຊຸກ​ຍູ້​ແລະ​​ເສີມ​ສ້າງ​ບັນຍາກາດ​ທີ່​ດີ,​ເພື່ອ​ໃຫ້ການ​ປຶກສາ​ຫາລື​ລະຫວ່າງ​ສອງ​ສະ ມາຄົມ​ສົມບູນ​ ວ່ອງ​ໄວແລະ​ແກ້​ໄຂ​ບັນຫາ​ລະອຽດ​ກວ່າ​ເກົ່າ.

​ແຕ່​ວັນ​ທີ 3 ຫາ​ວັນ​ທີ 7 ພະຈິກ​ນີ້,ຄະນະ​ຜູ່​ແທນ​ປຶກສາ​ຫາລື​ຂອງ​ສະ ມາຄົມ​ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ແຜ່ນດິນ​ໃຫຍ່​ທີ່​ນຳ​ໂດຍ​ທ່ານ​ເສີນ​ຢຸນ ລິນ​ໄດ້​ໄປ​ຢ້ຽມຢາມ​ໄຕ້​ຫວັນ​ເປັນຄັ້ງທຳ​ອິດ.​ໃນ​ໄລຍະ​ຢ້ຽມຢາມ, ສອງສະ ມາຄົມ​ໄດ້​ເຊັນ​​ເອກະສານ 4 ສະບັບ​​ເຊິ່ງລວມທັງ ການບິນ ການຂົນ​ສົ່ງ​ທາງ​​ເຮືອ ​ໄປສະນີ​ແລະ​ຄວາມ​ປອດ​ໄພ​ດ້ານ​ອາຫານ,ການ​ໄປສະນີ​ ການ​ຄ້າ​​ແລະການ​ເດີນ​ເຮືອ​ເດີນ​ອາກາດ​ໂດຍ​ກົງ​ທີ່​ປະຊາຊົນສອງ​ຝັ່ງ​ຄອງ​ຄອຍ​ມາ​ເປັນ​ເວລາ 30 ປີນັ້ນ​ໄດ້​ບັນລຸ​ຜົນ​ເປັນ​ຈິງ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>