ເສັ້ນ​ທາງ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ໂດຍ​ສັນ​ຕິ​ຍ່ອມ​ຈະ​ນັບ​ມື້​ນັບ​ກວ້າງອອກ

(GMT+08:00) 2008-11-07 10:38:31 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວ cri:ຕອນ​ຄ່ຳ​ວັນ​ທີ 6 ພະຈິກ​ນີ້, ຢູ່​ໄຕ​ເປ,ທ່ານ​ເສີນ​ຢຸນລິນ ປະທານ​ສະມາຄົມ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ແຜ່ນດິນ​ໃຫຍ່​ຈີນ​ກ່າວ​ວ່າ, ​ເສັ້ນທາງ​ຂະຫຍາຍການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​​ໂດຍ​ສັນຕິຍ່ອມ​ຈະ​ນັບ​ມື້​ນັບ​ກວ້າງ​ກວ່າ​ເກົ່າ.

ຕອນ​ຄ່ຳ​ວັນ​ທີ 6 ພະຈິກ​ນີ້, ​ໃນ​ເວລາ​ກ່າວ​ຄຳ​ຕອບ​ຂອບ​ໃຈ​ໃນ​ງານ​ລ້ຽງ​ອາຫານ​ຄ່ຳ​ທີ່​ສະມາຄົມ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ແຜ່ນດິນ​ໃຫຍ່​ຈີນ​ຈັດ​ຂຶ້ນ,ທ່ານ​ເສີນ​ຢຸນລິນ​ກ່າວ​ວ່າ, ​ໃນ​ຫລາຍ​ມື້​ທີ່​ຢູ່​ໄຕ້​ຫວັນ, ທ່ານ​ມີ​ຄວາມ​ຮູ້ສຶກ​ຢ່າງ​ແຮງ​ກ້າ​ວ່າ, ປະຊາຊົນ​ໄຕ້​ຫວັນ​ອັນ​ໄພສານ​ເອົາ​ໃຈ​ໃສ່​ນຳ​ການ​ປຶກສາ​ຫາລື​ລະຫວ່າງ​ສະມາຄົມ​ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ແຜ່ນດິນ​​ໃຫຍ່​ກັບ​ມູນ​ນິທິ​ການ​ແລກປ່ຽນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ,ຫວັງ​ຢາກ​ໃຫ້​ສອງ​ຝັ່ງ​ລົງ​ເລິກ​ການ​​ແລກປ່ຽນ,​ໃຫ້​ສອງ​ຝ່າຍ​ໄດ້​ຮັບຜົນ​ປະ​ໂຫຍ​ດນຳ​ກັນ,ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງຂະຫຍາຍຕົວໂດຍ​ສັນຕິ.ຄວາມ​ເອົາ​ໃຈ​ໃສ່​ແລະ​ຄວາມ​ຄອງ​ຄອຍດັ່ງກ່າວ,ຍ່ອມ​ຈະ​ກາຍ​ເປັນພະລັງ​ອັນ​ແຂງ​ແຮງ​ທີ່​ຊຸກ​ຍູ້​ການ​ປຶກສາ​ຫາລືກັນ​ລະຫວ່າງ​ສອງ​ຝັ່ງ​ຕໍ່​ໄປ.

ທ່ານ​ເສີນ​ຢຸນລິນ​ກ່າວ​ວ່າ, ພວກ​ເຮົາ​ຮູ້​ແຈ້ງ​ປະສົບ​ການ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ໃນ​ຮ້ອຍ​ກວ່າ​ປີ​ມານີ້, ຮູ້​ວ່າ​ພີ່ນ້ອງ​ຮ່ວມ​ຊາດ​ບາງ​ຄົນ​ມີ​ຄວາມ​ເຫັນ​ຕ່າງ​ກັນ​ຕໍ່​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ,ນີ້​ກໍ່​ຕ້ອງການ​ໃຫ້​ພວກ​ເຮົາທຳ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ແກ້​ໄຂ​ດ້ວຍ​ຄວາມ​ຈິງ​ໃຈ​ແລະ​ຄວາມ​ອົດທົນ​ຫລາຍ​ກວ່າ​ເກົ່າ.ຂໍ​ແຕ່ພວກ​ເຮົາ​ມີ​ແຕ່​ລົງ​ເລິກ​ແກ້​ໄຂ​ບັນຫາ​ເສດຖະກິດ​ແລະ​ຊີວິດ​ການ​ເປັນ​ຢູ່​ທີ່​ກ່ຽວ​ພັນ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ, ສະ​ສົມ​ຫມາກຜົນທີ່​ໄດ້​ຮັບ​, ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ອີງ​ໃສ່ນ້ຳ​ໃຈ​ປຶກສາ​ຫາລື​ກັນແກ້​ໄຂ​ຄວາມ​ເຫັນ​ຂັດ​ກັນ​ແລະ​ເອົາ​ການ​ຮ່ວມ​ມື​ກັນ​ເຂົ້າ​​ແທນ​ການ​ເປັນ​ປໍ​ລະ​ປັກ​ກັນ,​ເສັ້ນທາງ​ຂະຫຍາຍການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ໂດຍ​ສັນຕິ​ກໍ່​ຍ່ອມ​ຈະ​ນັບ​ມື້​ນັບ​ກວ້າງອອກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>