ໃນ 4 ປີ​ຂ້າງ​ໜ້າ​ນີ້ຊາວ​ເນັດ​ຈີນ​ມີ​ຫວັງ​ຈະ​ຫຼາຍ​ກວ່າ 500 ລ້ານ​ຄົນ​

(GMT+08:00) 2008-11-07 16:51:34 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 7 ພະຈິກ​ນີ້​ໃນ​ເວທີ​ປຶກສາ​ຫາລື​ອິນ​ເຕີ​ເນັດ​ຈີນ​ອາ​ເມ​ລິ​ກາ​ຄັ້ງ​ທີ 2 ທີ່​ຈັດ​ຂຶ້ນ​ຢູ່​ຊຽງ​ໄຮ້, ທ່ານ​ຊ້າຍ​ມິ​ງຈ້າວ ຮອງ​ຫົວໜ້າ​ຫ້ອງການ​ຖະ​ແຫຼ​ງຂ່າວ​ຂອງ​ລັດຖະບານ​ຈີນ​ຊີ້​ອອກ​ວ່າ, ປະຈຸ​ບັນ, ຄົນຈີນ​ທີ່​ເປັນ​ຊາວ​ເນັດ​ໃໝ່​ມີ 2 ​ແສນ 4 ໝື່ນ​ຄົນຕໍ່ມື້, ​ໃນ 4 ປີ​ຕໍ່​ໄປ​ຊາວ​ເນັດ​ຈີນ​ຈະບັນລຸ 500 ລ້ານ​ຄົນ.

ຕົວ​ເລກ​ຂອງ​ສະມາ​ຄົມ​ອິນ​ເຕີ​ເນັດ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ມາ​ຮອດ​ທ້າຍ​ເດືອນ​ມິຖຸນາ​ປີ​ນີ້, ຊາວ​ເນັດ​ຈີນ​ໄດ້​ມີ 253 ລ້ານ​ຄົນ​ແລ້ວ, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ປີ​ກາຍ​ນີ້ 56,2%. ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່ມີ​ຜູ້​ໃຊ້​ອິນ​ເຕີ​ເນັດ​ຫຼາຍ​ກວ່າ​ໝູ່​ໃນ​ໂລກ.

ຕົວ​ເລກ​ທີ່​ກ່ຽວຂ້ອງ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ທ້າຍ​ປີ 2007, ອົງການ​ປົກຄອງ​ຂັ້ນ​ຕ່າງໆ​ຂອງ​ຈີນ​ 86% ມີ​ແວັບ​ໄຊ​ແລ້ວ. ທ່ານ​ຫູ​ສີ້​ເຫີ​ງ ປະທານ​ສະມາຄົມ​ອິນ​ເຕີ​ເນັດ​ຈີນ​ກ່າວ​ວ່າ, ຄາດ​ວ່າ​ຮອດ​ປີ 2010, ຈີນ​ຈະ​ສ້າງ​ແວັບ​ໄຊ​ບໍລິຫານ​ເອ​ເລັກ​ຕຼົງ​ເອກະ​ພາບທີ່​ປົກ​ຫຸ້ມ​ທົ່ວ​ປະ​ເທດ​ຈີນ​​ໂດຍ​ພື້ນ​ຖານ, ​ແວັບ​ໄຊ​ອົງການ​ປົກຄອງ​ຈະ​ກາຍ​ເປັນ​ຊ່ອງ​ທາງ​ສຳຄັນ​ທີ່​ລັດຖະບານ​ເປີດ​ເຜີຍຂໍ້​ມູນ​ຂ່າວ​ສານ, ​ໃນ​ບັນຫາ​ປະຊາຊົນ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຊັ່ນ​: ການ​ສຶກສາ ສາທາລະນະ​ສຸກ​ການ​ປິ່ນປົວ​ພະຍາດ ການ​ປະ​ກອບ​ອາຊີບ ການ​ຮັບປະກັນ​ສັງຄົມ​ແລະ​ເຮືອນ​ຢູ່​ເປັນ​ຕົ້ນ, ສະໜອງ​ການບໍລິການ​ສາທາລະນະພື້ນຖານທີ່​ທັງ​ໄວ​ທັງສະດວກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>