ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ຈີນ​ອາ​ເມ​ລິ​ກາ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັນ​ເພື່ອ​ຊຸກຍູ້​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ

(GMT+08:00) 2008-11-08 17:16:38 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 7 ພະຈິກ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຊົງ​ຊວນ ຜູ່​ຊ່ວຍ​ລັດຖະມົນຕີ​ວ່າການ​ກະຊວງ​ການຄ້າ​ຈີນ​ກ່າວ​ວ່າ, ປັດຈຸບັນ, ຈີນ​ອາ​ເມ​ລິ​ກາ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ເພື່ອ​ຊຸກຍູ້​ການ​ປົກປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ.

​ໃນ​ກອງ​ປະຊຸມ​ໂຕະມົນ​ກ່ຽວ​ກັບ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ເອກ​ອັກຄະ​ລັດ​ຖະທູດ​ອາ​ເມ​ລິ​ກາ​ປະຈຳ​ຈີນ​ຄັ້ງທີ 7, ທ່ານ​ຊົງ​ຊວນ​ກ່າວ​ວ່າ, ​ເພື່ອ​ຮັບ​ມື​ແກ້​ໄຂ​ວິ​ກິດ​ການ​ການ​ເງິນສາກົນທີ່​ແຜ່​ລາມ​ໃນ​ທົ່ວ​ໂລກ, ​ໃນ​ຂົງ​ເຂດ​ສິດ​ຊັບ​ສິນ​ທາງ​ປັນຍາ, ຈີນ​ແລະ​ອາ​ເມ​ລິ​ກາ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເລື້ອຍໆ, ພ້ອມ​ກັນ​ຍົກ​ລະດັບ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ໃຫ້​ສູງ​ຂຶ້ນ, ຊຸກ​ຍູ້​ການ​ແລກປ່ຽນ​ແລະ​ເຜີຍ​ແຜ່​ເຕັກນິກ, ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຮັດ​ໃຫ້ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າ​ງສອງ​ປະ​ເທດ​ພັດທະນາ​ຢ່າງ​ຫນັກ​ແຫນ້ນ.

ທ່ານ​ຊົງ​ຊວນ​ກ່າວ​ວ່າ, ​ໃນ​ສູ່​ມື້​ນີ້​ທີ່​ເສດຖະກິດ​ໂລກາ​ພິວັດນັບ​ມື້​ນັບ​ຂະຫຍາຍຕົວ​ລົງ​ສູ່​ລວງ​ເລິກ, ການ​ແກ້​ໄຂ​ບັນຫາ​ສິດ​ຊັບ​ສິນ​ທາງ​ປັນຍາ​ແມ່ນ​​ແຍກ​ອອກ​ຈາ​ກການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ກັບປະ​ເທດ​ບໍ່​ໄດ້,ການ​ສົນທະນາ​ແລະ​ການ​ຮ່ວມ​ມື​ໄດ້​ກາຍ​ເປັນ​ກະ​ແສ​ແຫ່ງ​ການ​ປົກປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ,ມີ​ແຕ່​ຮ່ວມ​ມື​ກັນ, ຈິ່ງ​ສາມາດ​ແກ້​ໄຂ​ບັນຫາ​ຕ່າງໆ​ທີ່​ມີ​ຢູ່​ໃນ​ຕະຫລອດ​ຂະ​ບວນການ​ພັດທະນາ, ​ແລະ​ຜ່ານ​ຜ່າອຸປະສັກ​ຕ່າງໆ​ນາໆ​ໃນ​ການກ້າວ​ໄປ​ຫນ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>