ຈີນ​ຈະ​ລົງທຶນ​ກ້ອນ​ໃຫຍ່​ເພື່ອ​ຕ້ານ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(GMT+08:00) 2008-11-09 19:00:14 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ 8 ພະຈິກ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ເຊ້​ເຈີ້ນ​ຮວາ ຮອງ​ຫົວໜ້າ​ຄະນະ​ກຳມະການ​ພັດທະນາ​ແລະ​ການ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ຈີນ​ຈະ​ລົງທຶນຈຳນວນ​ຫຼວງຫຼາຍ​​ໃຊ້​ເຂົ້າ​ໃນ​ການ​ປະ​ຢັດ​ພະລັງງານ​ແລະຫຼຸດການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ແລະ​ພັດທະນາ​ພະລັງງານ​ທີ່​ເກີດ​ໃໝ່​ໄດ້, ​ເພື່ອ​ຮັບ​ມື​ກັບ​ບັນຫາ​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ທ່ານ​ເຊ້​ເຈີ້ນ​ຮວາ​ກ່າວ​ວ່າ, ​ແຕ່​ປີ 2006 ຫາ​ປີ 2010, ຈີນ​ຈະ​ລົງທຶນ 1 ພັນ​ຕື້​ຢວນ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ມາດ​ຕະການ​ຕ່າງໆ​ທີ່​ຈີນ​ໃຊ້​​​ໃນໄລຍະ​ສອງ​ປີ​ຄື​ແຕ່​ປີ 2006 ຫາ​ປີ 2007ນີ້​ທໍ່​ກັບ​ໄດ້ຫຼຸດກາກ​ບອນດີ​ອອກ​ຊິດ 835 ລ້ານ​ໂຕນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>