ຈັດງານ​ຮ້ອງ​ເພງ​ຂອງ​ຊາວ​ກະ​ສິ​ກອນ​ຈີນ​ຄັ້ງ​ທຳ​ອິດ

(GMT+08:00) 2008-11-10 10:23:07 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຈີນ: ​​ໃນ​ຄືນ​ວັນ​ທີ 9 ພະຈິກ​ນີ້, ງານຮ້ອງ​ເພງ​ຂອງ​ຊາວ​ກະສິກອນ​ຈີນ​ຄັ້ງທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ສູ​ໂຈ​ວ​ແຂວງ​ອ່ານຮຸຍ.

30 ປີ​ກ່ອນ, ຊາວບ້ານ 18 ຄົນ​ຂອງ​ບ້ານ​ສຽວ​ກາງ​ເມືອງ​ສູ​ໂຈ​ວ​ແຂວງອ່ານຮຸຍ​ໄດ້​ປະຕິບັດ​ລະບອບຮັບ​ເໝົາ​ທີ່​ດິນ​ເປັນ​ລາຍ​ຄອບຄົວ​ຢ່າງ​ຕື່ນ​ຕົວ, ​ໄດ້​​ເປີດ​ສາກ​ການ​ປະຕິຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ. ປັດຈຸບັນ, ຊາວ​ກະສິກອນ​ຈີນ​ທີ່ນັບ​ມື້​ນັບຮັ່ງມີ​ຂຶ້ນ, ຜ່ານ​ການຮ້ອງ​ເພງ​ແນວ​ນີ້​ມາສະ​ແດງ​ການ​ປ່ຽນ​ແປງ​ທີ່ໃຫຍ່ຫຼວງທາງ​ດ້ານ​ຊີວິດ​ຂອງຕົນ​ແລະ​ໂສມໜ້າ​ຊົນນະບົດທີ່​ການ​ປະຕິຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ນຳ​ມາ​ໃຫ້, ​​​​ແລະ​ໄດ້​ສະ​ທ້ອນ​ສຽງ​ໃນ​ໃຈ​ຂອງ​ຊາວ​ກະສິກອນອອກ​ມາ.

ງານຮ້ອງ​ເພງ​ຂອງ​ຊາວ​ກະສິກອນ​ດັ່ງກ່າວ​ນີ້​ແມ່ນ​ງານຮ້ອງ​ເພງ​ລະດັບ​ຊາດຂອງ​ຈີນ​ງານ​ທຳ​ອິດ​ທີ່​ຖື"ຊາວ​ກະສິກອນ ຊົນນະບົດ​ແລະ​ກະສິກຳ​"​​ເປັນ​ຫົວ​ຂໍ້​ຫຼັກ. ​ໄດ້​ໃຊ້​ຮູບ​ການ​ພື້ນຖານ​ທີ່"ຊາວ​ກະສິກອນ​ເປັນ​ຜູ້​ຮ້ອງ, ຍ້ອງ​ຍໍສັນລະ​ເສີນ​ຊາວ​ກະສິກອນ​ແລະ​ຊົນ​ນະ​ບົດ", ນອກ​ນີ້, ກິດຈະກຳ​ອີກ 15 ລາຍການ​ຄື​ສາຍຮູບ​ເງົາ​ແລະ​ວາງສະ​ແດງ​ຮູບ​ແຕ້ມ​ກ່ຽວ​ກັບ​ຊົນ​ນະ​ບົດ​ກໍ່​ຈະ​ຈັດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>