ຈີນ​ທຳ​ຄວາມ​ພະ​ຍາ​ຍາມ​ຕື່ມ​ໃນ​ການ​ຂະ​ຫຍາ​ຍ​ວຽກ​ງານ​ຫຼຸດ​ຜ່ອນ​ຄົນ​ພິ​ການ​ທີ່​ທຸກ​ຍາກ

(GMT+08:00) 2008-11-10 15:05:27 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ສານ​ຊີ​ນຮວາ​:ວັນ​ທີ10​ພະຈິກ​ນີ້,ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວຂ້ອງ​ຂອງ​ສະຫະພັນ​ຄົນ​ພິການ​ຈີນ​ກ່າວ​ວ່າ,ນັບ​ມາ​ຮອດ​ທ້າຍ​ປີ2007,​ຈີນ​​ໄດ້ທຳ​ຄວາມ​ພະຍາ​ຍາມຫຼາຍ​ຂຶ້ນໃນການ​ຂະ​ຫຍາ​ຍວຽກ​ງານ​ຫຼຸດ​ຜ່ອນ​ຄົນ​ພິການ​ທີ່​ທຸກ​ຍາກ,​​ໄດ້​ແກ້​ໄຂ​ບັນຫາ​ກິນ​ອີ່ມ​ນຸ່ງ​ອຸ່ນ​ຂອງ​ຄົນ​ພິການ​10ລ້ານ​ກວ່າ​ຄົນ​ຢູ່​ຊົນນະ​ບົດ,​ໃນ​ໄລຍະ​5ປີ​ຜ່ານ​ມານີ້,​ຄົນ​ພິການ​ທີ່​ເຂົ້າຮ່ວມ​ການ​ປະກັນ​ໄພ​ຕ່າງໆ​ໄດ້​ເພີ່ມ​ຂຶ້ນ1​ລ້ານ5​ແສນ​ກວ່າ​ຄົນ​.

ຈຳນວນ​ຄົນ​ພິການ​ທຸກ​ຍາກ​​ແທ້ໆ​ຢູ່ຊົນ​ນະ​ບົດ​ຈີນ​ໄດ້​ຫຼຸ​ດ​​ຈາກ20​ລ້ານຄົນ​ໃນ​ປີ1992​ລົງຮ​ອດ​8ລ້ານ​6​ແສນ8​ໝື່ນ​ຄົນ​​ໃນ​ປະຈຸ​ບັນ.​ເລີ່​ມ​ແຕ່​ປີ1992,ຈີນ​ໄດ້​​ປ່ອຍ​ເງິນ​ກູ້7​ຕື້400​ລ້ານຢວນ​ເຂົ້າ​ໃນ​ວຽກ​ງານ​ຟື້ນ​ຟູ​​ສຸຂະພາບ​ແລະ​ຫຼຸດຜ່ອນ​ຄວາມທຸກ​ຍາກ,​ນັບ​ລວມ​ແລ້ວໄດ້​ຊ່ວຍ​ຄົນ​ພິການ​ທີ່​ທຸກ​ຍາກ​ໄດ້5​ລ້ານ5​ແສນ​ກວ່າ​ຄົນ.

ຫຼາຍ​ປີ​ມານີ້,ຂະ​ແໜງ​ກາ​ນທີ່​ກ່ຽວຂ້ອງ​ໄດ້​ຈັດ​ວາ​ງນະ​ໂຍບາຍ​ທີ່​ອຸດໜູນ​ການ​ປະກັນ​ບຳນານ​ໃຫ້​ແກ່​ຄົນ​ພິການ​ທີ່​ເຮັດ​ທຸລະ​ກິດ​ສ່ວນ​ຕົວ,ສົ່ງ​ເສີມ​ແລະ​ຊ່ວຍ​ຄົນ​ພິການ​ທີ່ປະກອບ​ອາຊີບ​,ສ່ວນ​ຕົວ​ຫຼື​ວິຊາ​ຊີບ​ທີ່​ເຂົາ​ເຈົ້າຊຳ​ນານ​ໃນ​ການ​ເຂົ້າຮ່ວມ​ການ​ປະກັນ​ບຳນານ​ພື້ນຖານ.​ເປີດ​ກວ້າງ​ອັດຕາ​ການ​ເຂົ້າ​ຮ່ວມ​ປະກັນ​​ໄພຂອງ​ຄົນ​ພິການ​ທີ່​ປະກອບ​ອາຊີ​ບສ່ວນ​ຕົວ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.ພ້ອມ​ກັນນັ້ນ,​ຈະ​ຈັດ​ຄົນ​ພິການ​ທຸກ​ຍາກ​ເຂົ້າ​ໃນ​ຂອບ​ຄ້ຳປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຕ່ຳ​ສຸດ​ຂອງ​ຕົວ​ເມືອງ​ແລະ​ຊົນນະ​ບົດ,​ເຮັດ​ໃຫ້ຄົນ​ພິການ​6ລ້ານ3​ແສນ6​ໝື່ນຄົນ​ຊົມ​ໃຊ້​ການະ​ກັນ​ຊີວິດ​ການ​ເປັນ​ຢູ່​ ​ພື້ນຖານ​ຂອງ​ຕົວ​ເມືອງ​ແລະ​ຊົນນະ​ບົດ.

​ໂດຍ​ຜ່ານ​ການ​ພັດ​ທະນາ​ເປັນ​ເວລາ​10ກວ່າ​ປີ,ວຽກ​ງານ​​ຊ່ວຍ​ຫຼຸດຜ່ອນຄົນ​ພິການ​ທີ່ທຸກ​ຍາກ​ໄດ້​ຖືກ​ຈັດເປັນ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ແລະ​ແຜນ​ການລວມ​ເພື່ອຫຼຸດ​ຜ່ອນ​ຄວາມທຸກ​ຍາກ​ຂອງອົງການ​ປົກຄອງ​ຂັ້ນຕ່າງ​ໆ​ແລະ​ລັດ,​ເສີມ​ຂະຫຍາຍ​ບົດບາດ​ຂອງ​ກັນ​ແລະ​ກັນ​ໂດຍ​ຜ່ານ​ຊ່ອງທາງ​ທີ່​ມີ​ກົນ​ໄກ​ຊ່ວຍ​ເຫຼື​ອ​​ເພື່ອ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ສັງຄົມ​ແລະ​ການ​ບໍລິການ​ສັງຄົມ​ຕ່າງໆ,​ກະຕຸ້ນ​ຄົນ​ພິການ​ໃຫ້​ຕັ້ງໜ້າ​ເຂົ້າຮ່ວມ​ວຽກ​ງານ​ຂອງ​ສັງຄົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>