ດາວ​ທຽມ​ເວ​ເນ​ຊູ​​ເອ​ລາ-1ທີ່​ຈີນ​ສົ່ງ​ຂຶ້ນ​ສູ່​ອະ​ວະ​ກາດ​ນັ້ນ​ເຂົ້າ​ສູ່​ວົງ​ໂຄຈອນ​ຢ່າງ​ສຳ​ເລັດຜົນ

(GMT+08:00) 2008-11-10 17:31:04 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI,ດາວ​ທຽມ​ສື່ສານ"​ເວ​ເນ​ຊູ​ແອ​ລາ-1"ທີ່​ຈີນ ​ສົ່ງ​ຂຶ້ນ​ສູ່​ອະວະກາດ​ນັ້ນ​ໄດ້​ເຂົ້າ​ສູ່​ວົງ​ໂຄຈອນ​ຢູ່​ທ້ອງຟ້າເສັ້ນ​ສູນ​ສູດ​ເສັ້ນ​ແວງ78​ອົງ​ສາ​ຢ່າງ​ສຳ​ເລັດ​ຜົນ​ໃນ​ຕອນ​ບ່າຍ​ວັນ​ທີ​9​ພະ​ຈິກ​ນີ້.

ດາວ​ທຽມ​ສື່ສານ"​ເວ​ເນ​ຊູ​​ເອ​ລາ-1"​ແມ່ນສົ່ງ​ຂຶ້ນ​ສູ່​ອະວະກາດ​ດ້ວຍ​ຈະ​ຫຼວດ​ສົ່ງ ຍານ"​ສາງ​ເຈິ່ງ3​B"ທີ່​ຈີນ​ຜະລິດ​ເອງນັ້ນ​ຢູ່​ຖານ​ສົ່ງ​ດາວ​ທຽມ​ຊີ່​ຊ່າງ​ຈີນ​ໃນ​ວັນ​ທີ30​ຕຸລາ​ແລ້ວ​ນີ້. ນີ້​ແມ່ນ​ຈີນ​ສະໜອງ​ການ​ບໍລິການສົ່ງ​ດາວ​ທຽມ​ໃຫ້​ແກ່​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ​ເປັນ​ເທື່ອ​ທຳ​ອິດ.

ທ່າ​ນວາງ​ໄຫ​ໂປ່ ຜູ່​ອຳນວຍ​ການ​ໃຫຍ່​ບໍລິສັດ​ແມ່​ອຸດສາຫະກຳ​"ສາງ​ເສິງ​"ຈີນ​ທີ່​ຂຶ້ນ​ກັບ​ກຸ່ມ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ການບິນ​ອະວະກາດ​ຈີນ,ຝ່າຍ​ຮັບ​ເໝົາ​ຂອງ​ໂຄງການ​ດັ່ງ​ກ່າວ​ແຈ້ງ​ໃຫ້​ຊາບ​ວ່າ,ນັບ​ມາ​ຮອດປັດຈຸບັນ,ຈີນ​ໄດ້​ຮັບ​ໜ້າ​ທີ່ບໍລິການ​ສົ່ງ​ດາວ​ທຽມ​ທຸ​ລະ​ກິດ​ສາ​ກົນ​29​ເທື່ອ​ແລ້ວ.​ໃນ​ຕໍ່ໜ້າ,ຈີນ​ຍັງ​ຈະ​ສະໜອງ​ການ​ບໍລິການ​ຄົບ​ຊຸດທີ່​ມີ​ຂອບ​ເຂດ​ກວ້າງ​ກວ່າ​ເກົ່າ​ໃຫ້​ແກ່​ລູກ​ຄ້າ​ໃນ​ຂົງ​ເຂດ​ການ​ນຳ​ໃຊ້​ຜະ​ລິດ​ຕະ​ພັນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ການ​ບິນ​ອະ​ວະ​ກາດ,​ເຊິ່ງ​ລວມ​ທັງ​ແນະ​ນຳ​ລູກ​ຄ້າ​ພັດ​ທະ​ນາ​ຄວາມ​ຕ້ອງ​ການ​ດ້ານ​ການ​ປະ​ຍຸກ​ເຊັ່ນ​ການ​ປິ່ນ​ປົວ​ທາງ​ໄກ​ແລະ​ການ​ສຶກ​ສາ​ທາງ​ໄກ​ໂດຍ​ຜ່ານ​ດາວ​ທຽມ​ເປັນ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>