ຈີນ​ອົບ​ຮົມ​ຊາວ​ກະ​ສິ​ກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ 4 ລ້ານ​ກວ່າ​ຄົນ

(GMT+08:00) 2008-11-10 19:01:53 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນຮວາ: ຫວ່າງ​ມໍ່ໆ​ນີ້, ກະຊວງ​ເຮືອນ​ຢູ່​ແລະ​ສ້າງ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ຂອງ​ຈີນ​ແຈ້ງ​​ໃຫ້​ຊາບ​ວ່າ, ປະຈຸ​ບັນ, ທົ່ວ​ປະ​ເທດ​ໄດ້​ສ້າງ​ໂຮງຮຽນ​ໝື່ນ​ກວ່າ​ແຫ່ງ​ເພື່ອອົບຮົມ​ຊາວ​ກະ​ສິ​ກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ 4 ລ້ານ​ກວ່າ​ຄົນ​ແລ້ວ.

ປະຈຸ​ບັນ, ​ໃນ​ຜູ້​ປະກອບ​ອາ​ຊີບ 40 ລ້ານ​ກວ່າ​ຄົນ​ໃນ​ຂະ​ແໜງ​ການ​ກໍ່ສ້າງ​ຂອງ​ຈີນ, ຈຳນວນ​ຊາວ​ກະສິກອນ​ຫຼາຍ​ກວ່າ 30 ລ້ານ​ຄົນ. ​ເຂົາ​ເຈົ້າ​ສ່ວນ​ຫຼາຍ​ມີ​ລະດັບ​ວັດທະ​ນະທຳ​ບໍ່​ສູງ, ບໍ່​ໄດ້ຮັບ​ການ​ອົບຮົມ​ກ່ຽວ​ກັບ​ເຕັກນິກ​ວິຊາ​ການ​ແລະ​ການ​ຜະ​ລິດ​ຢ່າງ​ປອດ​ໄພ​ທີ່​ດີ, ມັກ​ກາຍ​ເປັນ​ສາ​ເຫດ​ສຳຄັນ​ທີ່​ເຮັດ​ໃຫ້​ເກີດ​ອຸ​ປະ​ຕິ​ເຫດ​ໃນ​ການ​ກໍ່ສ້າງ. ປີ 2006, ກະຊວງ​ເຮືອນ​ຢູ່​ແລະ​ສ້າງ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ຂອງ​ຈີນ​ກັບ​ພາກ​ສ່ວນ​ຕ່າງໆ, ​ເຊັ່ນ: ກົມ​ໃຫຍ່​ຕິດຕາມ​ຄຸ້ມ​ຄອງ​ການ​ຜະລິດ​ຢ່າງ​ປອດ​ໄພ​ແຫ່ງ​ຊາດ​ເປັນ​ຕົ້ນ, ​ໄດ້​ວາງ​ແລະ​ປະ​ຕິ​ບັດ​ນະ​ໂຍບາຍ​ແລະ​ຂໍ້​ກຳນົດ​ເພື່ອ​ເພີ່ມ​ທະວີ​ການ​ອົບຮົມ​ການ​ຜະລິດ​ຢ່າງ​ປອດ​ໄພ​ໃຫ້​ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ. ​ໃນ 6 ​ເດືອນ​ຕົ້ນປີ​ນີ້, ຍັງ​ໄດ້​ສະ​ເໜີ​ຄວາມ​ຮຽກຮ້ອງ​ລະອຽດ​ຕໍ່​ວຽກ​ງານ​ຄຸ້ມຄອງ​ຜູ້​ປະຕິບັດ​ວຽກ​ງານ​ພິ​ເສດ​ໃນ​ການ​ກໍ່ສ້າງ, ລະບຽບ​ການ​ອົບຮົມ​ຄວາມ​ປອດ​ໄພ​ສົມບູນ​ຂຶ້ນ​ຢ່າງ​ເປັນ​ກ້າວໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>