ຈີນ​ໃຊ້​ມາດ​ຕະ​ການ​ອັນ​ແຂງ​ແຮງ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ສາ​ກົນ

(GMT+08:00) 2008-11-11 10:35:25 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 10 ພະຈິກ​ນີ້, ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນກ່າວ​ວ່າ, ​ໂດຍ​ປະ​ເຊີນ​ກັບ​ສະຖານະ​ການ​ອັນ​ຂ້ຽວຂາດ​ຢູ່​ພາຍ​ໃນ​ແລະ​ຕ່າງປະ​ເທດ​ໃນ​ປັດຈຸບັນນີ້, ການຮັກສາ​ໃຫ້​ເສດຖະກິດ​ພັດທະນາ​ຢ່າງໝັ້ນທ່ຽ​ແລະອ່າວ​ໄວ, ປ້ອງ​ກັນ​ບໍ່​ໃຫ້​ເກີດມີ​ສະພາບ​ຂຶ້ນ​ໆ​ລົງໆ​ຢ່າງ​​ຮຸນ​ແຮງ, ​ແມ່ນ​ໜ້າ​ທີ່​ສຳຄັນ​ກວ່າ​ໝູ່​ຂອງ​ລັດຖະບານ​ຈີນ.

ວັນ​ທີ 10 ພະຈິກ​ນີ້, ຢູ່​ທີ່​ປັກ​ກິ່ງ, ຄະນະ​ລັດຖະບານ​ຈີນ​ໄດ້​ປະຊຸມ​ຜູ້​ຮັບ​ຜິດ​ຊອບ​ຕົ້ນຕໍ​ຂອງ​ອົງການ​ປົກຄອງ​ປະຊາຊົນ​ຂັ້ນ​ແຂວງ​ແລະ​ພາກສ່ວນ​ຂອງ​ລັດຖະບານຈີນ. ທ່ານ​ເວີ່ນ​ເຈຍ​ປາວກ່າວ​ຄຳ​ປາ​​ໃສ​ວ່າ, ​ເພື່ອ​ຮັບ​ມື​ກັບ​ຜົນ​ສະທ້ອນທີ່​ບໍ່​ດີ​ທີ່​ວິ​ກິດ​ການ​ການ​ເງິນ​ສາກົນ​ນຳ​ມາ​ໃຫ້​ເສດຖະກິດ​ຈີນ, ຫວ່າງ​ມໍ່ໆ​ນີ້, ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ແລະ​ລັດຖະບານ​ຈີນ​ໄດ້​​ຕົກລົງ​​​ປະຕິບັດນະ​ໂຍບາຍ​ການ​ເງິນ​ທີ່​ຕັ້ງໜ້າ​ແລະ​ນະ​ໂຍບາຍ​ເງິນຕາ​ທີ່​​ໂຍະ​ຍານ​ສົມຄວນ, ຈະ​ວາງ​ນະ​ໂຍບາຍ​ມາດ​ຕະການ​ອັນ​ແຂງ​ແຮງ​ກວ່າ​ເກົ່າ​ມາ​ຊຸກ​ຍູ້​ພັດທະນາ​ເສດຖະກິດ. ປະຕິບັດ​ມາດ​ຕະການ​ເຫຼົ່ານີ້ມີ​ຄາດໝາຍ​ລວມທີ່ວ່າ: ລົງມື​ຕ້ອງ​ໄວ, ອອກ​ໝັດຕ້ອງ​ໜັກ, ມາດ​ຕະການ​ຕ້ອງ​ມີ​ຄວາມ​ແມ່ນຢຳ, ​​ວຽກງານ​ຕ້ອງ​ປະຕິບັດ​ຢ່າງ​ຈິງ​ຈັງ​.

ມື້​ດຽວ​ກັນ, ທະນາຄານ​ປະຊາຊົນ​ຈີນ​ຊຶ່ງ​ເປັນ​ທະນາຄານ​ກາງ​ຈີນ​ກ່າວ​ວ່າ, ຈະ​ວາງ​ມາດ​ຕະການ​ລະອຽດ, ​ເຮັດ​ວຽກ​ບໍ​ລິ​ການ​ການ​ເ​ງິນຕ່າງ​ໆ​ທີ່ເປີດ​ກວ້າງ​ຄວາມ​ຕ້ອງ​ການ​ພາຍ​ໃນ​ຕື່ມ​ອີກ​ແລະ​ຮັກສາ​​ໃຫ້​ເສດຖະກິດ​ເຕີບ​ໂຕ​ຢ່າງ​ໝັ້ນທ່ຽງ​​​ແລະອ່າວ​ໄວ​ຢ່າງ​ແທ້​ຈິງ. ມາດ​ຕະການ​ລວມມີ: ​ການຮັບປະກັນ​ໃຫ້​ລະບົບ​ການ​ເງິນ​ຈໍລະ​ຈອນ​ຢ່າງ​ເຕັມ​ສ່ວນ; ຮັກສາ​ເງິນ​ກູ້​ສິນ​ເຊື່ອ​ເງິນຕາ​ເຕີບ​ໂຕ​ຢ່າງ​​ເໝາະ​ສົມ, ຍົກ​ເລີກ​ການ​ຈຳກັດ​ຕໍ່ຂະໜາດ​ສິນ​ເຊື່ອ​ຂອງທະນາຄານ​ການ​ຄ້າ; ສົ່ງ​ເສີມ​ແລະ​ຊີ້​ນຳ​ອົງການ​ການ​ເງິນ​ເພີ່ມ​ທະວີ​ການ​ສະໜັບສະໜູນສິນ​ເຊື່ອ​ຕໍ່​ວິ​ສາ​ກະ​ກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ, ກະສິກຳ, ​ແລະ​ການ​ສ້າງສາ​ຄືນ​ໃໝ່ຫຼັງ​ໄພ​ເປັນຕົ້ນ; ​ເສີມ​ຂະຫຍາຍ​ບົດບາດ​ຫ້າງ​ຫາ​ເງິນ​ທຶນ​ຂອງ​ຕະຫຼາດພັນທະບັດ​ຕື່ມ​ອີກ, ​ເປີດ​ກວ້າງ​ຊ່ອງ​ທາງ​ຫ້າງ​ຫາ​ທຶນ​ຂອງ​ວິ​ສາ​ຫະກິດ, ​ແລະ​ອື່ນໆ.

ມື້​ດຽວ​ກັນ, ຂ່າວສານ​ຊີ​ນຮວາ​ໄດ້​ພິມ​ບົດ​ຄວາມຂອງ​ນັກ​ວິຈານ, ຊີ້​ອອກ​ວ່າ, ​ໃນ​ປັດຈຸບັນ​ນີ້, ວິ​ກິດ​ການ​ການ​ເງິນ​ສາກົນ​ໄດ້​ກະທົບ​ການ​ພັດທະນາ​ຂອງ​ເສດຖະກິດ​ໂລກ​ຢ່າງ​ໜັກໜ່ວງ, ຜົນ​ສະທ້ອນ​ທີ່​ມີ​ຕໍ່​ເສດຖະກິດ​ຈີນ​ກໍ່​ນັບ​ມື້​ນັບ​ຊັດ​ເຈນ. ລັດຖະບານ​ຈີນ​ເດັດດ​ດ່ຽວ​ປັບປຸງ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​ຂອງ​ຈີນ​ຢ່າງ​​ໃຫຍ່ຫຼວງ, ​ແມ່ນ​ສັນຍານນະ​ໂຍບາຍ​ອັນ​​ແຂງ​ແຮງ​ຂອງ​ຈີນ​ເພື່ອ​ຮັບ​ມື​ກັບ​ການ​ທ້າທາຍ​ຂອງ​ວິ​ກິດ​ການ​ການ​ເງິນ​ສາກົນ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ອັນ​ພົ້ນ​ເດັ່ນ​ດ້ານເສດ​ຖະກິດ​ທີ່​ພວມ​ປະ​ເຊີນ​ຢູ່​ໃນ​ປັດຈຸບັນ, ​ແລະ​ຮັກສາ​​ໃຫ້​ເສດຖະກິດ​ພັດທະນາ​ຢ່າງ​ໝັ້ນທ່ຽງ​ແລະ​ອ່າວ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>