ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ເຮັດ​ໃຫ້​ຈີນ​ລາ​ຈາກ​ສະ​ໄໝ​ໃຊ້​ບັດ​ຊື້​ເຄື່ອງ

(GMT+08:00) 2008-11-11 15:50:21 cri
-----------------------------------------------------------------------------------------------------------------
ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ໄດ້​​ເຮັດ​ໃຫ້ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ​ໃນ​ດ້ານ​ເສດຖະກິດ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນຈີນ​.​ໃນ​ປີ1992,​ຈີນ​ໄດ້ອຳ​ລາ​ຈາກ​ສະ​ໄໝ​ທີ່ໃຊ້​ບັດ​ຊື້​ເຄື່ອງ​ມາ​ເປັນ​ເວລາ​40ປີ.

ໃນ​ໄລ​ຍະຕົ້ນ​ທີ່​ສ້າງຕັ້ງປະ​ເທດ​ຈີນ​ໃໝ່ໃນ​ຊຸມ​ປີ195​0,ພື້ນ​ຖານ​ກະສິກຳ​ຫຼ້າ​ຫຼັງ,ການ​ເພີ່ມ​ພູນຜະ​ລິດຕະ​ພັນທັນ​ຍາ​ຫານ​ບໍ່​ສາມາດ​ຕອບ​ສະໜອງ​ການ​ເພີ່ມ​ຂອງຄວາມ​ຮຽກຮ້ອງ​ຕອງ​ການ​​ໄດ້,ການ​ສະ​ໜອງ​ດ້ານ​ທັນ​ຍາ​ຫານ​ພ້ອມ​ດ້ວຍ​ເຄື່ອງ​​ໃຊ້​ປະຈຳ​ວັນອື່ນໆ​ຂອງປະຊາ​ຊົນ​​ເກີດ​ມີ​ຄວາມຂັດ​ແຍ່ງ​ຢ່າງ​ຈະ​ແຈ້ງ.ຍ້ອນ​ວ່າ ​​ໃນ​ປີ1953 ຈີນ​​ເລີ່​ມປະ​ຕິບັດ​ການ​ຮັບ​ຊື້​​ແລະ​ການສະ​ໜອງ​​ຕາມແຜນ​ການ​ໃນດ້ານ​ທັນ​ຍາ​ຫານ​ແລະ​ຜະລິດ​ຕະພັນ​ກະສິກຳ​ຕົ້ນຕໍ,ຄື​ປະຕິ​ບັດ​ການ​ຊື້​ຂາຍ​​ເປັນ​ເອກະ​ພາບ​ກັນ,ປະຊາຊົນ​ຕ້ອງ​ໃຊ້​ບັດມາ​ຊື້​​ເຄື່ອງ​ໃຊ້​ປະຈຳ​ວັນ​ເຊັ່ນ​:ບັດຊື້ອາ​ຫານ,ຊື້​ນ້ຳມັນ ​ແຜ່ນ​ຜ້າ​ແພ ຖ່ານ​ຫີນ​ແລະສະ​ບູ​ເປັນ​ຕົ້ນ,ປະມານ​60ກວ່າ​ຊະ​ນິດ.ບັດ​ຊື້​ເຄື່ອງ​ໄດ້​ກາຍ​ເປັນ​ສິ່ງຄ້ຳປ​ະກັນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ໃນຕົວ​​ເມືອງ​ແລະ​ຊົນນະບົດ​ໃຫ້​​ກິນ​ອີ່ມ​ນຸ່ງ​ອຸ່ນ.

ນັບ​ແຕ່ຈີນປະ​ຕິ​ຮູບ​ແລະ​ໄຂ​ປະຕູ​​ສູ່​ພາຍ​ນອກໃນ​ປີ1978​ເປັນຕົ້ນ​ມາ,ອຸດ​ສາຫະກຳ​ແລະ​ກະ​ສິກຳ​ຈີນ​​ໄດ້​ພັດທະ​ນາ​ຢ່າງ​ວ່ອງ​ໄວ,ທັນ​ຍາ​ຫານ​ແລະ​​ເຄື່ອງ​ໃຊ້​ປະຈຳ​ວັນ​ອື່ນໆ​ນັບ​ມື້​ນັບ​ສົມບູນ​ຂຶ້ນ.​ໃນ​ຕົ້ນຊຸມ​ປີ1980,ລາຄາ​ຂອງ​ຜັກ​ສົດ ​ໄຂ່​ແລະ​ຊີ້ນ​ຄ່ອຍໆ​ຖືກ​ປ່ອຍ,​ເຄື່ອງ​ອຸດສາ​ຫະກຳ​ບາງ​ຊະນິດ​ກໍ່ຄ່ອຍ​ໆຕອບ​ສະໜອງ​ໃຫ້​ພຽງພໍ​ກັບ​ຄວາມ​​ຕ້ອງການ​​ເປັນ​ກ້າວ​ໆ.ສະນັ້ນ ​ເລີ່​ມ​ແຕ່​ປີ1984,ບັດ​ຊື້​ເຄື່ອງ​ຊະນິດ​ຕ່າງໆ​​ໂດຍ​ສະ​ເພາະ​ແມ່ນ​ບັດຊື້​ແຜ່ນ​ແພ​ຄ່ອຍໆ​ຫາຍ​ໄປ.ຮອດ​ປີ1992,​ຈີນ​ໄດ້ຍົກ​ເລີກ​ບັດຊື້​ເຄື່ອງ​ຊະ​ນິດສຸດ​ທ້າ​ຍ​ຄືບັດຊື້​ເຂົ້າ​ໄດ້​ຖືກ​ຍົກ​ເລີກ,​ໄດ້​ເຮັດ​ໃຫ້​ບັດຊື້​ເຄື່ອງ​ທີ່​ໄດ້​​ນຳ​​ໃຊ້​ມາ​ເປັນ​ເວລາ​40​ປີນັ້ນບໍ່​ມີ​ປະ​ໂຫຍ​ດອີກ.

​ໃນປະຈຸ​ບັນນີ້,​ບັດຊື້​ເຄື່ອງ​ກໍ່​​ກາຍ​ເປັນ​​ເຄື່ອງ​ສະ​ສົມທີ່​ຄົນ​ຍຸກປະ​ຈຸ​ບັນ​ເປັນ​​ພິຍານ​​ໃຫ້​ສະ​ໄໝ​ທີ່​ຜ່ານ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>