ສະ​ໜາມ​ບິນ​ຄຸນ​ກາ​ຂອງ​ນະ​ຄອນ​ລາ​ຊາ​ສິ້ນ​ສຸດ​ປະ​ຫວັດ 43 ປີ​ທີ່​ບໍ່​ມີ​ການ​ບິນ​ໃນ​ຕອນ​ກາງ​ຄືນ

(GMT+08:00) 2008-11-12 18:25:16 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ເຂດປົກຄອງ​ຕົນ​ເອງ​ຕິ​ເບ​ດ ຂອງ​ຈີນ​ແຈ້ງ​ຂ່າວ​ວ່າ, ປະຈຸ​ບັນ, ສະໜາມ​ບິນ​ຄຸນ​ກາ​ຂອງ​ນະຄອນ​ລາຊາມີ​ຄວາມສາມາດ​ບິນ​ຂຶ້ນ-ລົງ​ຕະຫຼອດ 24 ຊົ່ວ​ໂມງແລ້ວ, ນັບ​ແຕ່​ວັນ​ທີ 12 ພະຈິກ​ນີ້ເປັນ​ຕົ້ນ​ໄປ, ຈະ​ເປີດ​ສາຍ​ການບິນ​ໃນ​ຕອນ​ກາງຄືນ​ທີ່​ບິນ​ຈາກ​ນະຄອນ​ເຊີງ​ຕູ່​ໄປນະຄອນ​ລາຊາ, ນີ້​ຈະ​ສິ້ນ​ສຸດ​ປະ​ຫວັດ​ສາດ​ທີ່​ສະໜາມ​ບິນ​ພູ​ພຽງ​ນະຄອນ​ລາຊາ​​ບໍ່​ສາມາດ​ເປີດ​ສາຍ​ການບິນ​ໃນ​ຕອນ​ກາງຄືນ​ໃນ 43 ປີ​ທີ່​ຜ່ານ​ມາ.

ຂ່າວ​​ແຈ້ງວ່າ, ​ເພື່​ອ​ເປີ​ດຖ້ຽວບິນ​ໃນ​ຕອນ​ກາງຄືນ, ສະໜາມ​ບິນ​ຄຸນ​ກາ​ນະຄອນລາຊາ​ໄດ້​ລົງທຶນ 99 ລ້ານ​ຢວນສ້າງ​ລະບົບ​ດອກ​ໄຟ​ຊ່ອຍ​ການບິນ​ໃນ​ຕອນ​ກາງຄືນ, ​ອັນໄດ້​ໃຫ້ການຮັບປະກັນ​ດ້ານ​ເຢືອງ​ແສງ​ທີ່​​ໄດ້​ມາດຕະຖານ​ໃຫ້​ແກ່ການ​ຂຶ້ນ-ລົງ​ຂອງ​ຍົນຢ່າງ​ປອດ​ໄພ​ໃນ​ຕອນ​ກາງຄືນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>