ຈີນ​ເພີ່ມ​ທະວີ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ລະ​ບົບ​ສາ​ທາ​ລະ​ນະ​ປະ​ໂຫຍດ

(GMT+08:00) 2008-11-14 17:57:07 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ,ຫວ່າງ​ມໍ່ໆ​ນີ້,ກະຊວງ​ເຮືອນ​ຢູ່​ແລະ​ການ​ສ້າງສາ​ຕົວ​ເມືອງ​ແລະ​ຊົນນະ​ບົດ​ຈີນ​ກ່າວ​ວ່າ,ຈະ​ເພີ່ມ​ທະວີ​ການ​ກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ລະບົບ​ສາ​ທາລະນະ​ປະ​ໂຫຍ​ດ,​ເພີ່ມ​ຄວາມ​ແຮງ​ໃນ​ການ​ກໍ່ສ້າງ​ສິ່ງ​ແວດລ້ອມ​ເຊັ່ນ​ບຳ​ບັດ​ນ້ຳ​ເປື້ອນ, ​ຂີ້​ເຫຍື້ອ​ແລະ​ອື່ນໆ,ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຕົວ​ເມືອງ​ໃນດ້ານ​ນ້ຳ,ການລະບາຍ​ນ້ຳ,ອາຍ​ແກັສທຳ​ມະ​ຊາດ​ແລະ​ອາຍ​ອຸ່ນ​.

ໂດຍ​ເປັນ​ມາດ​ຕະການຫຼ້າ​ສຸດ​ອັນ​ໜຶ່ງ,​ລັດ​ຖະ​ບານ​ຈະ​ຈັດ​ງົບ​ປະ​ມານ​ອຸດ​ໜູນ​ອີກ5ຕື້​ຢວນ​ເພື່ອ​ໃຊ້​ໃນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ບຳບັດ​ນ້ຳ​ເປື້ອນໃນ​ຕົວ​ເມືອງ.​ໃນ​ນັ້ນ,36ຕົວ​ເມືອງ​ໃຫຍ່​ແລະ​ລະ​ດັບ​ກາງ​ຕ້ອງ​ພະ​ຍາ​ຍາມ​ເຕົ້າ​ໂຮມ​ແລະ​ບຳບັດ​ນ້ຳ​ເປື້ອນໃຫ້​ໝົດ​ກ່ອນ​ທ້າຍ​ປີໜ້າ,ຮອດ​ປີ2010,​ເມືອງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຈີນ​90%ຂຶ້ນ​ໄປ​ຕ້ອງມີ​ສິ່ງ​ກໍ່ສ້າງ​​ເພື່ອບຳບັດ​ນ້ຳ​ເປື້ອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>